ການວາງລະເບີດຢູ່ອີຣັກ ເຮັດໃຫ້ ປຊຊ ນັບສີບຄົນເສຍຊີວິດ

ການວາງລະເບີດຢູ່ອີຣັກ ເຮັດໃຫ້ ປຊຊ ນັບສີບຄົນເສຍຊີວິດ - ảnh 1

 (ພາບ: baomoi.com )

 (vovworld)- ​​ກະ​ແສ​ຟອງ​ໃຊ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນໃນ​ທົ່ວປະ​ເທດ​ອີຣັກ​ໃນວັນ​ທີ 15/9 ​ໄດ້​ເຮັດ​ໃຫ້ ປຊຊ 26 ຄົນ​ເສຍ​ຊີວິດ ​ແລະ ກ່ວາ 90 ຄົນ​ຖືກ​ບາດ​ເຈັບ. ຢູ່ອີຣັກ ພວມ​ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ອັນ​ນອງ​ເລືອດ​ທີ່​ສຸດ​ນັບ​ແຕ່​ປີ 2008, ຊື່​ງ​ເຮັດ​ໃຫ້ ປຊຊ 4000 ຄົນ​ເສຍ​ຊີວິດນັບ​ແຕ່​ຕົ້ນປີ​ມາ​ຮອດ​ປະຈຸ​ບັນ. ​ເພື່ອ​ຫລຸດຜ່ອນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ລະດັບ​ຕ່ຳ​ສຸດ, ລັດຖະບານ​ອີຣັກ ​ໄດ້​ຜັນ​ຂະຫຍາຍ​ບັ້ນກວາດ​ລ້າງ​ຂະໜາດ​ໃຫ່ຍ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ໃຊ້​ຄວາມ​ຮຸນ​ແຮງຍັງ​ຄົງ​ເກີດ​ຂຶ້ນ​ເປັນ​ປະຈຳ​ວັນ ​ໂດຍ​ບັນດາ​ກຸ່ມ​ປະກອບ​ອາວຸດ​ຢາກ​ສວຍ​ໃຊ້​ສະພາບ ​ຂາດ​ສະຖຽນ​ລະ​ພາບ​​ດ້ານການ​ການ​ເມືອງຢູ່​ພາຍ​ໃນ​ປະ​ເທດ ​ແລະ ການ​ປະ​ທະ​ກັນ​ອັນ​ເຄັ່ງ​ຕຶງ​ຢູ່​ຊີຣີ ​ເພື່ອ​ເພີ່ມ​ຄວາມ​ຂາດ​ສະຖຽນ​ລະ​ພາບ.

ຂ່າວ/ບົດ​ອື່ນ