ການວາງ​ລະ​ເບີດ​ສະຫຼະ ​ຊີບ​ຢູ່ Chechnya ​


ການວາງ​ລະ​ເບີດ​ສະຫຼະ ​ຊີບ​ຢູ່ Chechnya ​ - ảnh 1

ສະຖານ​ທີ່​ເກີດ​ເຫດ

(ພາບ: AFP )

(vovworld) –​​​​​ວັນ​ທີ 5/10, ຜູ້​ວາງ​ລະ​ເບີດ​ສະຫລະ​ຊີບ​ຄົນ 1 ​ໄດ້​ເຮັດ​ໃຫ້​ຕຳຫຼວດ 4 ຄົນ​ເສຍ​ຊີ​ວີ​ວິດ ​ແລະ ອີກ 4 ຄົນ​ຖືກ​ບາດ​ເຈັບ​ໃນ​​ເວລາ​ຈັດ​ງານ​ບຸນ​ທ້ອງ​ຖິ່ນ​ຢູ່​ນະຄອນ Grozny ​ເມືອງ​ເອກ​ຂອງ​ເຂດ​ພາກ​ເໜືອ Kavkaz Chechnya ພວມ​ຕົກ​ຢູ່ໃນ​ສະພາບ​ຂາດ​ສະຖຽນ​ລະ​ພາບ.

  ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ​ເກີດຂຶ້ນຢູ່​ຕໍ່ໜ້າ​ປະຕູ​ໂຂງ​ໂຮງ​ລະຄອນ​ທີ່​ຈັດ​ພິທີ​ສະ​ເຫຼີ​ມ ສະຫຼອງ​ວັນ​ສ້າງຕັ້ງນະຄອນ Grozny ພ້ອມທັງ​ແມ່ນ​ວັນ​ເກີດ​ຂອງ​ການ​ນຳ Chechnya, ທ່ານ Ramzan Kadyrov.

   ​ໂດຍ​ແມ່ນ​ເຂດ​ທີ່​ເຄີຍ​ເກີດ​ສົງຄາມ​ແຍກ​ຕົວ 2 ຄັ້ງ ​ແລະ ມີ​ກຸ່ມ​ທະຫານ​ກະບົດ​ອິດ​ຊະລາ​ມ, ​​ພາຍ​ໃຕ້​ການ​ປົກຄອງ​ດ້ວຍ​ກຳລັງ​ອາວຸດ​ຂອງ​ການ​ນຳ Ramzan Kadyrov, ສະພາບ​ການ​ຢູ່ Chechnya ​ມີ​ຄວາມ​ສະຖຽນ​ລະ​ພາບ​ພໍ​ສົມຄວນ​ໃນ​ໄລຍະ​ໜຶ່ງ ​ແລະ ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​ຄັ້ງຕ່າງໆ​​ແມ່ນ​ບໍ່​ເຄີຍ​ເກີດ​ຂຶ້ນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.

ຂ່າວ/ບົດ​ອື່ນ