(vovworld) - ບັນດາສຳນັກຂ່າວສານລັດເຊຍ ໃຫ້ຂ່າວວ່າ, ວັນທີ 19/8, ລະເບີດລູກໜຶ່ງຖືກແຕກຂຶ້ນຢູ່ງານສົບຂອງຕຳຫຼວດຜູ້ໜຶ່ງ, ເຊິ່ງຖືກພວກກໍການຮ້າຍຍິງຕາຍກ່ອນນັ້ນໜຶ່ງວັນຢູ່ ສາທາລະນະລັດ Ingushetia ທີ່ຂຶ້ນກັບສະຫະພັນລັດເຊຍ, ເຊິ່ງເຮັດໃຫ້ 8 ຄົນເສຍຊີວິດ ແລະ 11 ຄົນຖືກບາດເຈັບ. ສ່ວນຫຼາຍຜູ້ຖືກເຄາະຮ້າຍແມ່ນຕຳຫຼວດ. ນີ້ແມ່ນການວາງລະເບີດສະຫຼະຊີບ. ເຈົ້າໜ້າທີ່ຂອງລັດເຊຍ ພວມປະເຊີນໜ້າກັບສະພາບການໃຊ້ຄວາມຮຸນແຮງໂດຍພວກກຳລັງແຍກຕົວເປັນເອກະລາດຢູ່ Capcado ກໍ່ຂຶ້ນ, ເປັນຕົ້ນແມ່ນຢູ່ Ingushetia ແລະ Daghestan. ເຂດນີ້ໄດ້ເກີດການບຸກໂຈມຕີເປັນປະຈຳ ໂດຍໄດ້ລະແວງສົງໄສວ່າພວກກຳລັງແຍກຕົວເປັນເອກະລາດຫວັງຢາກສ້າງຕັ້ງລັດມຸດສະລິມ ຢູ່ທີ່ນີ້ເປັນຜູ້ດຳເນີນ.