ການປຸງແຕ່ງກຸ້ງສົ່ງອອກ
ພາບ:internet
|
(vovworld)- ທ່ານ ເຈືອງດີງແຮ່ວ, ເລຂາທິການໃຫຍ່ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ(VSEP) ໃຫ້ຮູ້ວ່າ: ການສົ່ງອອກກຸ້ງຂອງຫວຽດນາມ ພວມໃນທ່າຟື້ນຕົວ ດ້ວຍລະດັບຈະເລີນເຕີບໂຕປະມານ 38%. ຍອດມູນຄ່າການສົ່ງອອກໃນ 8 ເດືອນຂອງປະເພດສິນຄ້າດັ່ງກ່າວແມ່ນ 1,67 ຕື້ USD, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ດ້ວຍລະດັບສົ່ງອອກສະເລ່ຍປະມານ 250 ລ້ານ USD/ເດືອນ, ການສົ່ງອອກກຸ້ງຂອງຫວຽດນາມ ໃນປີນີ້ ອາດຈະບັນລຸ 2,5- 2,6 ຕື້ USD ເພີ່ມຂຶ້ນ 12-16% ເມື່ອທຽບໃສ່ວົງເງິນສົ່ງອອກກຸ້ງໃນປີ 2012.