ການສົ່ງອອກຜະລິດຕະພັນເຄື່ອງປ່າຂອງດົງປີ 2022 ບັນລຸເກືອບ 17 ຕື້ USD

(VOVWORLD) - ຍ້ອນການຊີ້ນຳຂອງລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ຄວາມຕັ້ງໜ້າ, ເປັນເຈົ້າການຜ່າຜ່າຄວາມຫຍຸ້ງຍາກຂອງວິສາຫະກິດ, ການສົ່ງອອກໄມ້ ແລະ ຜະລິດຕະພັນເຄື່ອງປ່າຂົງດົງສືບຕໍ່ເຕີບໂຕ.
ການສົ່ງອອກຜະລິດຕະພັນເຄື່ອງປ່າຂອງດົງປີ 2022 ບັນລຸເກືອບ 17 ຕື້ USD - ảnh 1ພາບປະກອບ

ທີ່ກອງປະຊຸມສະຫລຸບວຽກງານຊີ້ນຳບໍລິຫານປີ 2022 ແລະ ຜັນຂະຫຍາຍໜ້າທີ່ປີ 2023 ຂອງກົມໃຫຍ່ປ່າໄມ້, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈັດຂຶ້ນໃນວັນທີ 30 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ບຸ່ຍຈີ໊ງເຫງັຍ, ຮອງຫົວໜ້າກົມໃຫຍ່ປ່າໄມ້ ໃຫ້ຮູ້ວ່າ: ມູນຄ່າການສົ່ງອອກຜະລິດຕະພັນກະເສດປີ 2022 ບັນລຸເກືອບ 17 ຕື້ USD, ເພີ່ມຂຶ້ນ 6,1% ເມື່ອທຽບໃສ່ປີ 2021. ຍ້ອນການຊີ້ນຳຂອງລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ຄວາມຕັ້ງໜ້າ, ເປັນເຈົ້າການຜ່າຜ່າຄວາມຫຍຸ້ງຍາກຂອງວິສາຫະກິດ, ການສົ່ງອອກໄມ້ ແລະ ຜະລິດຕະພັນເຄື່ອງປ່າຂົງດົງສືບຕໍ່ເຕີບໂຕ. ດ້ວຍໝາກຜົນທີ່ບັນລຸໄດ້ໃນປີ 2022, ຂະແໜງໄດ້ວາງອອກເປົ້າໝາຍປີ 2023 ດ້ວຍມູນຄ່າການຜະລິດປ່າໄມ້ເພີ່ມຂຶ້ນແຕ່ 5-5,5%; ອັດຕາການປົກຄຸມເຂດປູກປ່າໃນທົ່ວປະເທດຮັກສາເປັນປົກກະຕິ, ປະມານ 42%, ມູນຄ່າການສົ່ງອອກຜະລິດຕະພັນເຄື່ອງປ່າຂອງດົງແມ່ນ 17,5 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ