ການສົ່ງອອກສິນຄ້າໃນໄຕມາດທີ1/2015ບັນລຸເກືອບ40ຕື້USD
ພາບປະກອບ
|
(vovworld) – ຕາມກົມໃຫຍ່ພາສີ ຫວຽດນາມ, ໃນໄຕມາດທີ 1 ປີ 2015, ວົງເງິນສົ່ງອອກສິນຄ້າຄາດວ່າບັນລຸເກືອບ 40 ຕື້ USD, ເພີ່ມຂຶ້ນເກືອບ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ວົງເງິນນຳເຂົ້າຄາດວ່າບັນລຸເກືອບ 37,5 ຕື້ USD, ເພີ່ມຂຶ້ນກ່ວາ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2014. ບາງປະເພດສິນຄ້າສົ່ງອອກໃນໄຕມາດທີ 1 ມີວົງເງິນເພີ່ມຂຶ້ນສູງເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍຄື: ໂທລະສັບທຸກປະເພດ ແລະ ບັນດາເຄື່ອນອາໄຫຼ່ (ບັນລຸ 6,7 ຕື້ USD), ເຄື່ອງເອເລັກໂຕນິກ, ກອມພິວເຕີ ແລະ ເຄື່ອງອາໄຫຼ່ (ບັນລຸ 3,6 ຕື້ USD), ເກີບໜັງ (ບັນລຸ 2,5 ຕື້ USD). ກ່ຽວກັບໂຄງປະກອບສິນຄ້າສົ່ງອອອກໃນ 3 ເດືອນຕົ້ນປີ, ກຸ່ມສິນຄ້າອຸດສາຫະກຳໜັກ ແລະ ຊັບພະຍາກອນໂລຫະຄາດວ່າບັນລຸ 16,4 ຕື້ USD, ກວມ 46% ຍອດວົງເງິນສິນຄ້າສົ່ງອອກ. ກ່ຽວກັບຕະຫຼາດສົ່ງອອກ, ອີຢູ ແມ່ນຄູ່ຮ່ວມມືສົ່ງອອກຂະໜາດໃຫຍ່ຂອງ ຫວຽດນາມ ດ້ວຍເກືອບ 7 ຕື້ USD, ຈາກນັ້ນແມ່ນບັນດາຕະຫຼາດ ອາເມລິກາ, ສ. ເກົາຫຼີ, ອາຊຽນ, ຈີນ, ຍີ່ປຸ່ນ.