ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ສືບ​ຕໍ່​ເຕີບ​ໂຕ​ເປັນ​ຢ່າງ​ດີ

(VOVWORLD) -ສິນຄ້າ 2 ປະເພດສົ່ງອອກຕົ້ນຕໍ ສົ່ງຄື ກຸ້ງ ແລະ ປາຫູໝາດ ລ້ວນແຕ່ມີການເຕີບໂຕສູງຢູ່ຫຼາຍຕະຫຼາດ ຍ້ອນມີຄວາມຕ້ອງການເພີ່ມຂຶ້ນ ແລະ ລາຄາສົ່ງອອກດີ. ຈີນ ແລະ ອາເມລິກາແມ່ນສອງຕະຫຼາດທີ່ມີການເຕີບໂຕ 3 ຕົວເລກ, ທີ່ດີທີ່ສຸດໃນ 4 ເດືອນຕົ້ນປີນີ້.
ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ສືບ​ຕໍ່​ເຕີບ​ໂຕ​ເປັນ​ຢ່າງ​ດີ - ảnh 1(ພາບປະກອບ: TTXVN)

ຕາມຂໍ້ມູນຂອງສະມາຄົມປຸງແຕ່ງ ແລະ ສົ່ງອອກ ສິນໃນນ້ຳ ຫວຽດນາມ (VASEP), ໃນເດືອນ ເມສາ 2022.  ການສົ່ງອອກສີນທະເລສືບຕໍ່ບັນລຸກວ່າ 1 ຕື້ USD ດ້ວຍລະດັບເຕີບໂຕສູງຄື 41% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ຄາດຄະເນວ່າຜົນໄດ້ຮັບໃນການສົ່ງອອກສິນໃນນ້ຳ ໃນ 04 ເດືອນຕົ້ນປີຈະບັນລຸເກືອບ 3,6 ຕື້ USD, ເພີ່ມຂຶ້ນ 44,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.ໃນນັ້ນ, ສິນຄ້າ 2 ປະເພດສົ່ງອອກຕົ້ນຕໍ ສົ່ງຄື ກຸ້ງ ແລະ ປາຫູໝາດ ລ້ວນແຕ່ມີການເຕີບໂຕສູງຢູ່ຫຼາຍຕະຫຼາດ ຍ້ອນມີຄວາມຕ້ອງການເພີ່ມຂຶ້ນ ແລະ ລາຄາສົ່ງອອກດີ. ຈີນ ແລະ ອາເມລິກາແມ່ນສອງຕະຫຼາດທີ່ມີການເຕີບໂຕ 3 ຕົວເລກ, ທີ່ດີທີ່ສຸດໃນ 4 ເດືອນຕົ້ນປີນີ້.

ໃນ 4 ເດືອນຜ່ານມາ ການສົ່ງອອກສິນໃນນ້ຳໄປຍັງ EU, ຍີ່ປຸ່ນ, ສ.ເກົາຫຼີ ແລະ ຕະຫຼາດອື່ນໆລ້ວນແຕ່ຮັບຮູ້ການເພີ່ມຂຶ້ນເປັນສອງຕົວເລກ. ເຖິງຢ່າງໃດກໍຕາມ, ຕາມກຳນົດຂອງ VASEP ແລ້ວ, ອາເມລິກາ ແລະ ຈີນ ຈະສືບຕໍ່ຕັດສິນກ່ຽວກັບລະດັບການເຕີບໂຕຂອງການສົ່ງອອກສິນທະເລຂອງຫວຽດນາມ ໃນຊຸມເດືອນທີ່ຈະມາເຖິງ. ຄາດຄະເນວ່າການສົ່ງອອກສີນທະເລໃນໄຕມາດທີ 2 ຈະບັນລຸ 2,8-3 ຕື້ USD, ເພີ່ມຂຶ້ນປະມານ 36-38% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ