ການສົນທະນາຫາລື ແລກປ່ຽນບົດຮຽນສາກົນ ກ່ຽວກັບປະກັນສຸຂະພາບ ທົ່ວປວງຊົນ

ການສົນທະນາຫາລື ແລກປ່ຽນບົດຮຽນສາກົນ ກ່ຽວກັບປະກັນສຸຂະພາບ ທົ່ວປວງຊົນ - ảnh 1
ການປິນປົ່ວພະຍາດໃຫ້ປະຊາຊົນ
(ພາບປະກອບ)

(vovworld) – ຕ​ອນ​ເຊົ້າ​ວັນ​ທີ 4/3, ຢູ່ ຮ່າ​ໂນ້ຍ, ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະ​ພາ​ແຫ່ງ​ຊາດຫວຽດນາມ ​ໄດ້​ສົມທົບ​ກັບ​ອົງອະນາໄມ ຈັດ​ຕັ້ງ​ການ​ສົນທະນາ​ຫາລື, ​ແລກປ່ຽນ​ບົດຮຽນ​ສາກົນ​ກ່ຽວ​ກັບ​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ. ທ່ານ​ນາງ ​ເຈືອງ​ທິມາຍ, ຫົວໜ້າກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະ​ພາ​ແຫ່ງ​ຊາດຫວຽດນາມ ​ເປັນ​ປະທານ​ການ​ສົນທະນາ​ຫາລື. ທີ່​ການ​ສົນທະນາ​ຫາລື, ທ່ານ​ນາງ ​ເຈືອງ​ທິມາຍ ​ໄດ້​ເນັ້ນ​ໜັກ​ວ່າ: ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນ​ຂອງ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ​ແມ່ນ​ກົນ​ໄກ​ການ​ເງິນ, ປະກອບສ່ວນ​ກໍ່ສ້າງ​ພື້ນຖານ​ສາທາລະນະ​ສຸກ​ຍຸຕິ​ທຳ ​ແລະ ມີ​ປະສິດທິ​ຜົນ​ຖືກ​ຕາມ​ຈິດ​ໃຈ​ຂອງ​ລັດຖະທຳ​ມະນູນ 2013. ພ້ອມ​ທັງ, ​ເລື່ອງ​ຜັນ​ຂະຫຍາຍ​ປະກັນ​ສຸຂະພາບ​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ບາດ​ກ້າວ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ​ຂະນະທີ່ມາຮອດ​ປີ 2013 ມີ​ປະຊາກອນ 70% ​ໄດ້​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເພື່ອ​ມຸ່ງ​ໄປ​ເຖິງປະຊາຊົນ 75% ​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ​ໃນ​ປີ 2015 ​ແລະ 80% ​ໃນ​ປີ 2020, ຫວຽດນາມ ຄວນ​​ເພີ່ມ​ເຕີມ​ນະ​ໂຍບາຍ​ຢ່າງ​ຕໍ່​ເນື່ອງ. ທ່ານ​ນາງ ​ເຈືອງ​ທິມາຍ, ​ໃຫ້​ຮູ້​ວ່າ:

    “ຂ້າພະ​ເຈົ້າ​ຄິດ​ວ່າ, ຫວຽດນາມ​ ​ໄດ້​ກ້າວເດີນດ້ວຍບາດກ້າວທີ່ຍາວໄກສົມຄວນໃນ​ວິວັດ​ການ​ປະຕິບັດ​ນະ​ໂຍບາຍ​ປະກັນ​ສຸຂະພາບ. ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສຸຂະພາບ​​ເລີ່​ມມີ​ຜົນ​ສັດ​ສິດ​ໃນ​ປີ 2009 ​ແລະ ຮອດ​ເດືອນ 5 ຈະ​ມາ​ເຖິງ, ສະພາ​ແຫ່ງ​ຊາດ​ຈະ​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ຮ່າງ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສຸຂະພາບ ​ແລະ ປະຈຸ​ບັນ, ​ໄດ້​ສ້າງວິວັດທະນາ​ການ​ຂອງ​ການປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນເປັນທີ່ຮຽບຮ້ອຍແລ້ວ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ລະດັບການຊົມໃຊ້ປະກັນ​ສຸຂະພາບ​ຢູ່ ຫວຽດນາມ ຍັງ​ປະສົມ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ເລື່ອງສະໜອງການ​ບໍລິການ ​ແລະ ລະດັບ​ການ​ປະກອບ​ເງິນ​ກໍ່​ຄື​ວິວັດ​ການສຳ​ພັດ​ຢ່າງ​ສະດວກ​ຂອງ​ການປະກັນ​ສຸຂະພາບ.”

ຂ່າວ/ບົດ​ອື່ນ