ການສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນ,ໂຮມປະເທດຊາດເປັນເອກະພາບຢູ່ຕ່າງປະເທດ

ການສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນ,ໂຮມປະເທດຊາດເປັນເອກະພາບຢູ່ຕ່າງປະເທດ - ảnh 1
ສະ​ມາ​ຄົມ ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ຈ​ັດ​ຕັ້ງ​ການ​ສະ
​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​
ຊາດ​ເປັນ​ເອ​ກະ​ພາບ
(ພາບ​ປະ​ກອບ​ຈາກ Lê Hoàng/Vietnam+)

(vovworld) – ​​​ເພື່ອ​ເປັນ​ການ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ວັນ​ທີ 27/4, ຫ້ອງ​ການ​ທູດ​ການ​ທະ​ຫານ ຫວຽດ​ນາມ ​ປະ​ຈຳ ກູ​ບາ ແລະ ກະ​ຊວງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຕິ​ວັດ ກູ​ບາ ໄດ້​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ຮູບ​ຖ່າຍ ກ່ຽວ​ກັບ​ວິ​ວັດ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ຂອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ. ຮູບ​ຖ່າຍ​ເກືອບ 100 ແຜ່ນທີ່​ນຳ​ມາ​​ວາງສະ​ແດງ​ ໄດ້​ສ່ອງ​ແສງ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ລາ​ສີ​ຂອງກອງ​ທັ​ບ​ປະ​ຊາ​ຊົນ ຫວຽດ​ນາມ ໃນ​ການ​ຕໍ່​ສູ້​ຕ້ານ​ສ​ັດ​ຕູ​ຜູ້​ຮຸກ​ຮານ​ຍາດ​ເອົາ​ເອ​ກະ​ລາດ​ມາ​ໃຫ້​ປະ​ເທດ​ຊາດ.

        ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ Bucarest ສົມ​ທົບ​ກັບ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ປະ​ຈຳ ຮຸມ​ມາ​ນີ ໄດ້​ຈັດ​ຕັ້ງ​​ພິ​ທີ​​ໂຮມຊຸມ​ນຸມມິດ​ຕິງ ແລະ ການ​ເຄື່ອນ​ໄຫວ​ກິ​ລາ​ສະ​ເຫຼີມ​ສະຫຼອງ​ເຫດ​ການນີ້.

        ເນື່ອງ​ໃນ​ໂອ​ກາດນີ້, ຢູ່​ນະ​ຄອນ Rome, ​ປະ​ເທດ ອີ​ຕາ​ລີ, ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ອີ​ຕາ​ລີ ກໍ່​ໄດ້​ຈັດ​ຕັ້ງ​ ​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງ​ໄຊ​ຊະ​ນະ 30/4, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ແລະ ​ປົກ​ປັກ​ຮັກ​ສາ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ.

        ວັນ​ທີ 27/4, ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ 282 ຢູ່​ນະ​ຄອນຫຼວງ ມົດ​ສ​ກູ, ສະ​ຫະ​ພັນ ລັດ​ເຊຍ ໄດ້​ຈັດ​ຕັ້ງ​​ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ລັດ​ເຊຍ ຫງວຽນ​ແທງ​ເຊີນ ໄດ້​ເຂົ້າ​ຮ່ວມ ແລະ ກ່​່າວ​ຄຳ​ເຫັນ​ທີ່​ພິ​ທີ.

 


ຂ່າວ/ບົດ​ອື່ນ