ການສະເໜີຕົວກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບຫວຽດນາມ-ກເຣັກແລະຫວຽດນາມ-ອາແຊກໄບຢານ

ການສະເໜີຕົວກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບຫວຽດນາມ-ກເຣັກແລະຫວຽດນາມ-ອາແຊກໄບຢານ - ảnh 1
ພິທີສະ​ເໜີຕົວໃນວັນ​ທີ 27/11

(vovworld) - ກ່າວ​ຄຳ​ເຫັນ​ທີ່​ພິທີສະ​ເໜີຕົວມື້ວານ​ນີ້, ວັນ​ທີ 27/11, ທີ່ ຮ່າ​ໂນ້ຍ, ທ່ານ​ຮອງ​ປະທານ​ສະພາ​ແຫ​່ງຊາດ ອວງຈູ​ລຶວ ຢືນຢັນ​ວ່າ ການ​ສ້າງຕັ້ງ​ຂອງ​ກຸ່ມສະມາຊິກ​ສະພາ​ແຫ່ງ​ຊາດມິດຕະພາບທັງ​ສອງ​ນີ້​ແມ່ນສະ​ແດງ​​ໃຫ້​ເຫັນ​ນ້ຳ​ໃຈ​ມິດ​ຕະພາບ​ລະ​ຫວ່າງ ຫວຽດນາມ - ກ​ເຣັກ ​ແລະ ຫວຽດນາມ - ອາ​ແຊກ​ໄບຢານ ຢ່າງ​ມີ​ຊີວິດ​ຊີວາ. ນີ້ຈະ​ແມ່ນ​ຂົວ​ຕໍ່​ເພື່ອຊຸກຍູ້​ການ​ພັດທະນາສາຍພົວພັນຄວາມ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ອົງການ​ນິຕິບັນຍັດ​ເວົ້າສະ​ເພາະ ​ແລະ ສອງ​ປະ​ເທດ ຫວຽດນາມ - ກ​ເຣັກ ​ແລະ ຫວຽດນາມ - ອາ​ແຊກ​ໄບຢານ ​ເວົ້າລວມ. ຮອງ​ປະທານ​ສະພາ​ແຫ​່ງຊາດ ອວງຈູ​ລຶວ ປາຖະໜາວ່າສະ​ມາ​ຊິກ​ແຕ່​ລະຄົນຂອງກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດມິດຕະພາບຈະມີ​​ການ​ເຄື່ອນ​ໄຫວຕ່າງໆ​ຢ່າງ​ຕັ້ງໜ້າປະກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ, ພ້ອມ​ທັງ​ເຊື່ອໝັ້ນວ່າ ສອງກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດມິດຕະພາບຈະ​ສືບ​ທອດ ​ແລະ ສືບຕໍ່​ເສີມ​ຂະຫຍາຍ​ນ້ຳ​ໃຈ​ມິດຕະພາບ, ສາຍ​ພົວພັນ​ທີ່​ເປັນ​ມຸນ​ເຊື້ອອັນ​ດີງາມ​ລະ​ຫວ່າງ ຫວຽດນາມ - ກ​ເຣັກ ​ແລະ ຫວຽດນາມ - ອາ​ແຊກ​ໄບຢານ ກວ່າ​ອີກ, ປະກອບສ່ວນ​​ເຂົ້າ​ໃນ​ການ​ພັດທະນາຂອງ​ແຕ່ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ