ການສະແດງບົດລຳເລື່ອງທີ່ມີຊື່ວ່າ“ຮືງດົງ”

ການສະແດງບົດລຳເລື່ອງທີ່ມີຊື່ວ່າ“ຮືງດົງ” - ảnh 1
ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິິກິມເງິນ
ອວຍພອນບັນດານັກສິລະປິນສະແດງບົດລຳເລື່ອງ
(ພາບ: baomoi.com)

(vovworld) – ຕ​ອນຄ​ຳ່ວັນ​ທີ 7/1, ຢູ່ ຮ່າ​ໂນ້ຍ, ​ໂຮງ​ລະຄ​ອນ ລຳ​ເລື່ອງ ຫວຽດນາມ ​ໄດ້​ສະ​ແດງ​ບົດ​ລຳເລື່ອ​ງທີ່​ມີ​ຊື່ວ່າ “ຮື​ງດົງ - ​ແສງ​ອາ​ລຸນ”, ​ເຊິ່ງ​ເວົ້າ​ເຖິງ​​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ນັກຮົບ​ກອມ​ມູນິດ ຟານ​ດັງ​ລື​ວ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ​​​ ໄດ້​ເຂົ້າ​ຮ່ວມ.

        ບົດ​ລຳ​ເລື່ອ​ງ ດັ່ງກ່າວ​ໄດ້​​ເວົ້າ​ເຖິງ​ຊີວິດ​​ໃນ​ສັງຄົມ​ລ່າ​ເມືອງ​ຂຶ້ນ​ສັກ​ດີ​ນາ ຫວຽດນາມ ​ໄລຍະ​ແຕ່ 1923 – 1940, ​ເມື່ອທ່ານ ຟານ​ດັງ​ລື​ວ ​ຍັງ​ເປັນພາລະ​ກອນ​ຢູ່​ຄ້າຍ​ຜະລິດ​​ເສັ້ນ​ໄໝ ​ແທງ​ບາ, ​ແຂວງ ຟູ໋​ເທາະ ຈົນ​ເຖິງໄລຍະທີ່​ເພິ່ນ​ກາຍ​ເປັນ​ນັກ​ເຄື່ອນ​ໄຫວ​ປະຕິວັດ, ​​ເຂົ້າ​ຮ່ວມ​ສະມາຄົມ​ຟື້ນ​ຟູ​ປະ​ເທດ ຫວຽດນາມ​ແລ້ວ ກາຍ​ເປັນ​ສະມາຊິກ​ພັກ.

        ບົດ​ລະຄອນ​ນີ້​​ເປັນ​ຄຳ​ຕອບ​ບຸນ​ແທນຄຸນ, ​ເປັນຄຳ​ໝັ້ນສັນຍາ​ຂອງ​ລຸ້ນຄົນ​ປະຈຸ​ບັນ​ທີ່​ມີ​ຕໍ່​ຄົນລຸ້ນ​​ກ່ອນ ທີ່​ໝາຍ​ຈະ​ອຸທິດຄວາມ​ສາມ​າດ, ພູມ​ປັນ​ຍາ​ທັງ​ໝົດ​ຂອງ​ຕົນ​ໃຫ້​ແກ່​ພາລະກິດ​ສ້າງສາ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຮອງ​ສາດ​ສະ​ດາ​ຈານ, ດຣ ຫງວຽນ​ເທ໋ກີ, ຜູ້​ແຕ່ງ​ບົດ​ລະຄອນ​, ​ໃຫ້​ຮູ້​ວ່າ:

        “​ໃນ​​ແຕ່ລະໄລຍະ​ປະຫວັດສາດ​ອັນ​ຫຍຸ້ງຍາກ​ຂອງ​ປະ​ເທດ​ຊາດ, ຂອງ​ພັກ ​ແລະ ຂອງ​ຊາດ​ນັ້ນ​, ບັນ​ດາ​ນັກ​ປະຕິ​ວັດ​ຍາມ​ໃດ​ກໍ່​ຕໍ່ສູ້​ເພື່ອ​ປົດ​ປ່ອຍ​ຊາດ. ສະຫາຍ ຟານ​ດັງ​ລື​ວ ​ໄດ້​ໃຊ້​​​ໜັງສືພິມ, ​ວັດທະນະທຳ​ສີ​ລະ​ປະ​​ເປັນ​ອາວຸດເພື່ອ​ຕໍ່​ສູ້​ກັບ​ສັດຕູ. ນັ້ນ​ແມ່ນ​ບັນດາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ນັກ​ປະຕິວັດ. ​​ເຖິງ​ວ່າ​ຈະ​ແມ່ນ​ຜູ້ທີ່​ມີ​ຕຳ​ແໜ່​ງສູງ​ສຸດ​ຂອງ​ພັກກໍ່ຕາມ ​ແຕ່​ຍາມ​ໃດ​ ຟານ​ດັງ​ລື​ວ ກໍ່​ຍ້ອງຍໍ​ຊົມ​ເຊີຍ​ເພື່ອ​ນສະຫາຍ​ຂອງ​ຕົນ ​ແລະ ພ້ອມ​ແລ້ວ​ທີ່​ຈະຮັບ​ໜ້າ​ທີ່​ອັນຕະລາຍທີ່​ສຸດ.”


ຂ່າວ/ບົດ​ອື່ນ