ການສະແດງສິລະປະສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-Mozambique

ການສະແດງສິລະປະສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-Mozambique - ảnh 1
(ພາບປະກອບ:tgvn.com.vn)

(vovworld) – ລາຍການສະ​ແດງ​ສິລະ​ປະ​​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າ​ງຕັ້ງການ​ພົວພັນ​ທາງ​ການ​ທູດ ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ Mozambique ຈະ​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ ​ໃນ​ຕອນ​ຄຳ່​ວັນ​ທີ 16/6 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ສິລະ​ປິນຂຶ້ນ​ກັບ​ຄະນະ​ສິລະ​ປະກອນ​ແຫ່ງ​ຊາດ Mozambique. ລາຍການ​ດັ່ງກ່າວ​ໂດຍ​ສູນ​​ຈັດ​ຕັ້ງການ​ສະ​ແດງ​ສິລະ​ປະ ຂຶ້ນ​ກັບ​ກົມ​ສິລະ​ປະການ​ສະ​ແດງ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ສົມທົບ​ກັບ​ສະຖານທູດ Mozambique ປະຈຳ ຫວຽດນາມ ຈັດ​ຕັ້ງ. ​​ໂດຍແມ່ນ​ຄະນະ​ສິລະ​ປະກອນ​ທີ່​ມີ​ຊື່​ສຽງ​ໄດ້​ຮັບ​ຫຼາຍລາງວັນ​ສາກົນ​, ​​​ເຄີຍ​ໄປສະ​ແດງ​ຢູ່ ອາບຟຣິກາ, ອາຊີ, ​ເອີ​ລົບ ​ແລະ ທະວີບອາ​ເມ​ລິ​ກາ​ ໃນ​ນັ້ນມີ ອາ​ເມ​ລິ​ກາ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ ຄະນະ​ສິລະ​ປະກອນ​ແຫ່ງ​ຊາດ Mozambique ມີ​ການສະ​ແດງ​ສິລະ​ປະຢູ່ ຫວຽດນາມ.

 

ຂ່າວ/ບົດ​ອື່ນ