ການສະແດງສິລະປະສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ໂມຊຳບິກ

ການສະແດງສິລະປະສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ໂມຊຳບິກ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດໂມ​ຊຳ​ບິ​ກປະຈຳ​ຫວຽດນາມ Gamiliel Munguambe
(ພາບ: bongdaplus.vn)

(vovworld) – ຕອນ​ຄ່ຳ​ວັນ​ທີ 16/6, ຢູ່​​ໂຮງລະຄອນ​ໃຫຍ່​ຮ່າ​ໂນ້ຍ, ສູນ​ຈັດ​ຕັ້ງການ​ສະ​ແດງສິລະ​ປະ​ຂຶ້ນ​ກັບ​ກົມສິລະ​ປະ​ກຳ (ກະຊວງ​ວັດ​ທະນະ​ທຳ, ກິລາ ​ແລະ ການທ່ອງທ່ຽວຫວຽດນາມ) ​ໄດ້ສົມທົບ​ກັບ​ກະຊວງ​ວັດທະນະທຳ ​ແລະ ການທ່ອງທ່ຽວໂມຊຳ​ບິ​ກ ​ແລະ ສະຖານທູດ​ໂມ​ຊຳ​ບິ​ກ ປະຈຳ​ຫວຽດນາມ ​ຈັດ​ຕັ້ງ​ລາຍການສະ​ແດງ​ສິລະ​ປະ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​​ເອກະລາດ​ຂອງ​​ແຫ່ງຊາດ ​ໂມ​ຊຳ​ບິ​ກ ​ແລະ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍພົວພົນ​ທາງ​ການ​ທູດ​ລະຫວ່າງຫວຽດນາມ - ​ໂມ​ຊຳ​ບິ​ກ (25/6/1975 – 25/6/2015). ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໂມ​ຊຳ​ບິ​ກ ປະຈຳ​ຫວຽດນາມ Gamiliel Munguambe ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ແລະ ​ໂມ​ຊຳ​ບິ​ກ ມີ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ, 2 ປະ​ເທດ​ພວມ​ຕັ້ງໜ້າ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ເມືອງ, ການ​ທູດ, ດ້ານ​ເສດຖະກິດ, ດ້ານວັດທະນະທຳ, ການ​ສຶກສາ​ບຳລຸງສ້າງ, ​ໂທລະ​ຄົມ... ​​ເພື່ອ​ສະ​ເຫຼີ​ມສະຫຼອງ​ເຫດການ​ດັ່ງ​ກ່າວ​ນີ້, ມີການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຈະ​ດຳ​ເນີນ​​ຢູ່​ນະຄອນຫຼວງ Maputo ຂອງ​ໂມ​ຊຳ​ບິ​ກ ​ແລະ ຢູ່​ຮ່າ​ໂນ້ຍຂອງ​ຫວຽດນາມ. 2 ຝ່າ​ຍສົມທົບ​ກັນ​ຈັດ​ຕັ້ງ​ສັບປະດາ​ວັດທະນະທຳ ​ໂມ​ຊຳ​ບິ​ກ ຢູ່​ຮ່າ​ໂນ້ຍ ລະຫວ່າງວັນ​ທີ 13 – 19/6, ດ້ວຍ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ຄື: ​ວັດທະນະທຳ, ກິລາ, ງານ​ມະ​ໂຫລານອາຫານ​ກິນ​./.

ຂ່າວ/ບົດ​ອື່ນ