ການສ້າງໂປຼແກຼມເພື່ອພັດທະນາເສດຖະກິດດີຈີຕອນ - ກຳລັງໜູນໃຫ້ແກ່ການເຕີບໂຕເສດຖະກິດ ແລະ ສະມັດຕະພາບແຮງງານ

(VOVWORLD) - ທີ່ເວທີປາໄສ, ບັນດານັກປະຖະກະຖາໄດ້ແບ່ງປັນເລື່ອງລາວທີ່ບັນລຸຜົນສຳເລັດໃນການນຳໃຊ້ດີຈີຕອນ, ສ້າງບັນດາຜະລິດຕະພັນດີຈີຕອນນຳໃຊ້ໃນຕົວຈິງ.
ການສ້າງໂປຼແກຼມເພື່ອພັດທະນາເສດຖະກິດດີຈີຕອນ - ກຳລັງໜູນໃຫ້ແກ່ການເຕີບໂຕເສດຖະກິດ ແລະ ສະມັດຕະພາບແຮງງານ - ảnh 1ພິທີມອບລາງວັນທີ່ເວທີປາໄສລະດັບຊາດພັດທະນາວິສາຫະກິດເຕັກໂນໂລຊີດີຈີຕອນ
(ພາບ: baoquangninh.vn)

        ຕອນເຊົ້າວັນທີ 11 ທັນວາ, ຢູ່ແຂວງ ກວາງນິງ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ກວາງນິງ ໄຂເວທີປາໄສລະດັບຊາດພັດທະນາວິສາຫະກິດເຕັກໂນໂລຊີດີຈີຕອນ ຫວຽດນາມ ຄັ້ງທີ 5 ດ້ວຍຫົວຂໍ້ “ການສ້າງໂປຼແກຼມເພື່ອພັດທະນາເສດຖະກິດດີຈີຕອນ - ກຳລັງໜູນໃຫ້ແກ່ການເຕີບໂຕເສດຖະກິດ ແລະ ສະມັດຕະພາບແຮງງານ”.

        ທີ່ເວທີປາໄສ, ບັນດານັກປະຖະກະຖາໄດ້ແບ່ງປັນເລື່ອງລາວທີ່ບັນລຸຜົນສຳເລັດໃນການນຳໃຊ້ດີຈີຕອນ, ສ້າງບັນດາຜະລິດຕະພັນດີຈີຕອນນຳໃຊ້ໃນຕົວຈິງ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕັ້ງຄວາມຫວັງຕໍ່ການພັດທະນາຂອງກຳລັງນັກທຸລະກິດ, ວິສາຫະກິດເຕັກໂນໂລຊີດີຈີຕອນຢູ່ ຫວຽດນາມ ດ້ວຍບັນດາມາດຕະການແກ້ໄຂ, ເຕັກໂນໂລຊີ, ການນຳໃຊ້ດີຈີຕອນຢ່າງວ່ອງໄວ ເພື່ອນຳມາເຊິ່ງການປ່ຽນແປງໃໝ່, ບຸກທະລຸໃຫ້ແກ່ທຸກຂົງເຂດ, ທຸກດ້ານຂອງເສດຖະກິດ - ສັງຄົມ, ມີບັນດາຜະລິດຕະພັນລະດັບຊາດ, ຢັ້ງຢືນທີ່ຕັ້ງຂອງ ຫວຽດນາມ ຢູ່ໃນໂລກ.

        ສ່ວນທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງ, ເນັ້ນໜັກວ່າ:

        “ສິ່ງສຳຄັນທີ່ສຸດໃນການພັດທະນາເສດຖະກິດດີຈີຕອນແມ່ນບັນດາໂປຼແກຼມ, ໂປຼແກຼມຫັນເປັນດີຈີຕອນໃຫ້ບັນດາຂະແໜງການ. ເປັນອັນວ່າ: ໃຜຈະເຮັດວຽກງານນີ້. ນັ້ນຕ້ອງແມ່ນບັນດານັກສະໜອງອິນເຕີເນັດ, ບັນດາວິສາຫະກິດເຕັກໂນໂລຊີດີຈີຕອນ. ບັນດານັກສະໜອງອິນເຕີເນັດ, ບັນດາວິສາຫະກິດເຕັກໂນໂລຊີດີຈີຕອນຕ້ອງຖືນີ້ແມ່ນການເຄື່ອນໄຫວຄົ້ນຄວ້າພັດທະນາ. ມີວິສາຫະກິດເຕັກໂນໂລຊີ ຫວຽດນາມ ນັບພັນແຫ່ງຈົ່ງລົງສູ່ບັນດາຂະແໜງການ ເພື່ອສ້າງໂປຼແກຼມດີຈີຕອນ ຊ່ວຍຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ປະກອບສ່ວນຫັນປະເທດຊາດເປັນທັນສະໄໝ”.

ຕອບກັບ

ຂ່າວ/ບົດ​ອື່ນ