ການຮ່ວມມືACMECSຊຸກຍູ້ການພັດທະນາແບບຍືນຍົງຢູ່ເຂດອະນຸພາກພື້ນ

ການຮ່ວມມືACMECSຊຸກຍູ້ການພັດທະນາແບບຍືນຍົງຢູ່ເຂດອະນຸພາກພື້ນ - ảnh 1
ບັນ​ດາ​ການ​ນຳ​ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ: VGP/Nhật Bắc)

(vovworld) - ຕອນ​ເຊົ້າ​ວັນ​ທີ 23/6, ຢູ່​ສູນກອງ​ປະ​ຊຸມ​ສາ​ກົນ ມຽນ​ມາ ຢູ່​ນະ​ຄອນຫຼວງ Nay Pyi Taw, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ມຽ​ນ​ມາ Thein Sein, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hunsen, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ສິງ​ ທຳ​ມະ​ວົງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ສາ​ກົນ Ayeyawady – ChaoPhraya- Mekong (ເອ​ຢາ​ວາ​ດີ -ເຈົ້າ​ພະ​ຍາ- ແມ່​ນ້ຳ​ຂອງ)  ຄັ້ງ​ທີ 6 (ເອີ້ນ​ຫຍໍ້​ວ່າ ACMECS).

        ຍຸດ​ທະ​ສາດ​ຮ່ວມ​ມື​ເສດ​ຖະ​ກິດ​ທີ່​ມີ​ຊື່​ຂອງ​ແມ່​ນ້ຳ 3 ສາຍ​ຕົ້ນ​ຕໍໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ແມ່​ນ ອາ​ຢາ​ວາ​ດີ – ​ເຈົ້າ​ພະຍາ – ​ແມ່​ຂອງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 5 ປະ​ເທດ​ແມ່ນ ກຳ​ປູ​ເຈຍ, ລາວ, ມຽ​ນ​ມາ, ໄທ ແລະ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ບັນ​ດາ​ການ​ນຳ  ACMECS ຍອມ​ຮັບ​ບັນ​ດາ​ຄວາມ​ຄືບ​ໜ້າ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ເຄື່ອນ​ໄຫວ​ໄລ​ຍະ​ແຕ່ 2013 – 2015, ພິ​ເສດ​ໃນ​ການ​ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ, ສ​້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ 5 ປະ​ເທດ… ກ່າ​ວ​ຄຳ​ເຫັນ​ທີ່​ພ​ິ​ທີ​ໄຂກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ເນັ້ນ​ໜັກ​ຈຸດ​ໝາຍ​ລວມ​ແມ່ນ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ໜູນ​ຊ່ວຍ​ກັນ, ພິ​ເສດ​ແມ່ນ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ເພື່ອ​ແນ​ໃສ່​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ເຂດ​ອະ​ນຸ​ພາກ​ພື້ນ. ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ຢັ້ງ​ຢືນ​ວ່າ:

        “ລັດ​ຖະ​ບານ ຫວຽດ​ນາມ ພວມ​ຍູ້​ແຮງ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢ່າງ​ເຂັ້ມ​ງວດ, ຍົກ​ສູງ​ກຳ​ລັງ​ຄວາມ​ແກ່ງ​ແຍ້ງ​ຕິດ​ພັນ​ກັບ​ບັນ​ດາ​ຍຸດ​ທະ​ສາ​ດ​ກະ​ໂດດ​ຂັ້ນ, ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່ ແລະ ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ. ຫວຽດ​ນາມ ພວກ​ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື ACMECS ແລະ ກຽມ​ພ​້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ຂອງ​ໂຄງ​ການ​ຮ່ວມ​ມື, ເພື່ອ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ແຕ່​ລະ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ທັງ​ພາກ​ພື້ນ​ພວກ​ເຮົາ”.

     ປຶກສາ​ກາ​ລື​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ພ​້ອມກັບ​ບັນດາ​ການ​ນຳ ACMECS ຢືນຢັນ​ຄວາມ​ຕັດສິນ​ໃຈ​ປັບ​ປຸຸງການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ສະ​ໜິດສະໜົມ​ລະຫວ່າງ 5 ປະ​ເທດ ​ແລະ ຊຸກ​ຍູ​້ການ​ຮ່ວມ​ມື ACMECS ​ເພື່​​ອຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 5 ປະ​ເທດ,  ​ເພື່ອ​ສັນຕິ​ພາບ ​ແລະ ວັດ​ທະນາ​ຖາວອນ​ຢູ່​ພາກ​ພື້ນ. ​ເນັ້ນ​ໜັກ​ເຖິງ​ຫຼັກການ​ຮ່ວມມື​ຈຸດ​ສຸມ, ບໍ່​ກະ​ແຈກ​ກະ​ຈາຍ, ພຽງ​ຊຸກຍູ້ບັນດາ​ຂົງ​ເຂ​ດ​ເຊິ່ງ ACMECS ​ມີ​ທ່າ​ແຮງ ​ແລະ ​ໂຄງ​ປະກອບ​ເຄື່ອນ​ໄຫວ​ກະທັດ​ລັດ, ທ່ານ​ນາຍົກລັດຖະມົນຕີ ຫງວຽ​ນ​ເຕີນ​ຢຸງ ສະ​ເໜີ​ໃຫ້ ACMECS ວາງ​ຈຸດ​ສຸມ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ, ສ້າງ​ຄວາມ​ສະດວກ​​ດ້ານ​ຄົມມະນາຄົມ ​ແລະ ການ​ຄ້າ​ຊາຍ​ແດນ, ພິ​ເສດ​ແມ່ນ​ລຽບຕາມ​ບັນດາ​ແລວ​ເສດຖະກິດ​ເຂດ​ອະນຸ​ພາກ​ພື້ນ ​ແລະ ຄຸ້ມ​ຄອງ, ນຳ​ໃຊ້​ແຫຼ່ງນ້ຳ ​ແລະ ຊັບພະຍາກອນ​ສິ່ງ​ແວດ​ລ້ອມ​ຢ່າງ​ໝັ້ນຄົງ, ​ຮັບ​ມື​ກັບ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ…

      ກອງ​ປະຊຸມ​ສຸດ​ຍອດຍຸດ​ທະ​ສາດ​ຮ່ວມ​ມື​ເສດຖະກິດອາ​ຢາ​ວາ​ດີ – ​ເຈົ້າ​ພະຍາ – ​ແມ່​ຂອງຄັ້ງ​ທີ 6 ​ໄດ້​ຮັບຮອງ​ເອົາ​ແຜນການ​ເຄື່ອນ​ໄຫວ​ໄລຍະ 2016 – 2018 ດ້ວຍ​ຄາດໝາຍ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງຂອງ​ບັນດາ​ພື້ນຖານ​ເສດ​ຖະກິດ, ນຳ ACMECS ​​ກາຍ​ເປັນ​ຈຸດ​ນັດ​ພົບ​ອັນດັບ​ໜຶ່ງ​ກ່ຽວ​ກັບການ​ລົງທຶນ ​ແລະ ທ່​ອງທ່ຽວ, ສ້າງ​ເປັນ​ພື້ນຖານ​ຜະລິດ​​​ເປັນເອກະ​ພາບ​ໃນ​ພາກ​ພື້ນ ACMECS, ພິ​ເສດຢູ່​ບັນດາ​ເຂດ​ຊາຍ​ແດນ ​ແລະ ນຳ​ໃຊ້ກາລະ​ໂອກາດ​ພັດທະນາ​ໃໝ່ ​ເຊິ່ງປະຊາ​ຄົມ​ອາ​ຊຽນ ​ແລະ ບັນດາ​ສັນຍາ​ການ​ຄ້າ​ເສລີ​ນຳ​ມາ​ໃຫ​້.

      ກອງ​ປະຊຸມ​ໄດ້​ອອກ​ຖະ​ແຫຼ​ງກາ​ນຮ່ວມ​ ຂອງ​ກອງ​ປະຊຸມ ​ແລະ ​ເຫັນ​ດີ​ຈັດ​ກອງ​ປະຊຸມ​ສຸດ​ຍອດ ACMECS ຄັ້ງ​ທີ 7 ຢູ່​ຫວຽດນາມ.


ຂ່າວ/ບົດ​ອື່ນ