ການຮ່ວມມືລະຫວ່າງ 2 ພັກ, 2 ລັດ ຫວຽດນາມ - ຈີນໃນຂົງເຂດໂຄສະນາສຶກສາຂອງ 2 ຝ່າຍ

ການຮ່ວມມືລະຫວ່າງ 2 ພັກ, 2 ລັດ ຫວຽດນາມ - ຈີນໃນຂົງເຂດໂຄສະນາສຶກສາຂອງ 2 ຝ່າຍ - ảnh 1
ທ່ານ ຫວໍ​ວັນ​ເຖືອ​ງ ແລະ ​ທ່ານ ລື​ວຈີ໋ປາວ

(vovworld) – ​ ຕອນ​ບ່າຍ​ວັນ​ທີ 13/01, ຢູ່​ຫໍ​ຮັບ​ແຂກ ​ແກ້ວ​ກີ່​ຫາຍ, ທ່ານ ຫວໍ​ວັນ​ເຖືອ​ງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ມີ​ການ​ພົບ​ປະ, ​ເຮັດ​ວຽກ​ກັບ​ທ່ານ ລື​ວຈີ໋ປາວ ຫົວ​ໜ້າ​ຄະນະ​ໂຄສະນາ​ສູນ​ກາງ​ພັກ​ກອມ​ມູນິດ ຈີນ. ທີ່​ການ​ພົບ​ປະ 2 ຝ່າຍ​ຢືນຢັນ​ວ່າ ຢືດໝັ້ນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ຄະນະ, ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ຈຸດ​ສຸມ​ຮ່ວມ​ມື​ໃນ​ວຽກ​ງານ​ໂຄສະນາ​ສຶກສາ, ບາງ​ມາດ​ຕະການ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມືລະຫວ່າງ 2 ຝ່າຍ​​ໃນ​ປີ 2017. 2 ຝ່າຍ​ສະ​ແດງ​ຄວາມ​​ເບີກບານ​ມ່ວນ​ຊື່ນ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​​ເຈ​ລະ​ຈາລະ​ຫວ່າງ​ເລ​ຂາ​ທິການ​ໃຫຍ່ 2 ທ່ານ ດ້ວຍ​ເນື້ອ​ໃນ​ຫລາຍ​ຢ່າງ​ທີ່​ມີ​ຄວາມ​ໝາຍ​ກຳນົດ​ທິດ​ຊີ້​ນຳ​ການ​ຮ່ວມ​ມື​ລະຫວ່າງ 2 ພັກ, 2 ລັດ ​​ເພື່ອເປັນ​ພື້ນຖານ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ຂົງ​ເຂດ​ໂຄສະນາ​ສຶກສາ​ຂອງ 2 ຝ່າຍ. 2 ຝ່າຍ​ເນັ້ນ​ໜັກ​ວ່າ ບັນດາ​ມາດ​ຕະການ​ເພີ່​ມທະວີ​ການ​ພົບ​ປະ​ແລກປ່ຽນ, ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ສຳ​ນັກ​ຂ່າວສານ, ​ແບ່ງປັນ​ບົດຮຽນ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ​​ໃນ​ທາງ​ອິນ​ເຕີ​ແນັດ, ​ເພີ່ມ​ທະວີ​ການ​ແລກປ່ຽນ, ຮ່ວມ​ມື​ດ້ານວັດທະນະທຳ, ການ​ຮຶກສາ, ພົບ​ປະ​ແລກປ່ຽນ​ຊາວ​ໜຸ່ມ, ຜ່ານ​ນັ້ນ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ປັບປຸງ​ພື້ນຖານ​ສັງຄົມ​ສະດວກ​​ເພື່ອໃຫ້ການ​ພົວພັນ ຫວຽດນາມ - ຈີນ ພັດທະນາ​ຢ່າງ​ປອດ​ໃສ, ມີສະຖຽນ​ລະ​ພາບ, ຍາວ​ນານ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ. 2 ຝ່າຍ​ກໍ່​ແລກປ່ຽນ​ກ່ຽວ​ກັບ​ວຽກ​ງານ​ສົມທົບ​ກັນຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະນາ​ແລກປ່ຽນ​ທິດ​ສະ​ດີ​ຄັ້ງ​ທີ 13 ລະຫວ່າງ 2 ພັກ​ຢູ່ ຈີນ ​ໃນ​ປີ 2017.

ຂ່າວ/ບົດ​ອື່ນ