ການ​ຮ່ວມ​ມື​ລະ​ຫວ່າງ​ຊາວ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ

(VOVWORLD) - ຕອນເຊົ້າວັນທີ 9 ມີນາ, ທ່ານ ຫງວຽນງອກເລືອງ ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ປະທານສະພາ ເຍົາວະຊົນສູນກາງ ໄດ້ມີການເຮັດວຽກກັບທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ກ່ຽວກັບໂຄງການຮ່ວມມືລະຫວ່າງ ຊາວໜຸ່ມສອງປະເທດ.
ການ​ຮ່ວມ​ມື​ລະ​ຫວ່າງ​ຊາວ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ - ảnh 1ທ່ານ ຫງວຽນງອກເລືອງ ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ເຮັດວຽກກັບທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ 

ໃນໄລຍະຜ່ານມາ, ການພົວພັນຮ່ວມມື, ນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ແລະ ຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ກໍຄື ຊາວໜຸ່ມ, ເຍົາວະຊົນ, ອະນຸຊົນລະຫວ່າງສອງປະເທດ ຫວຽດນາມ - ລາວ ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ, ມີປະສິດທິຜົນ ແລະ ເຂົ້າສູ່ລວງເລິກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນ “ມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ” ລະຫວ່າງ ຫວຽດນາມ - ລາວ.

        ທ່ານ ຫງວຽນງອັກເລືອງ ສະເໜີໃຫ້ ສະຖານທູດ ລາວ ສົມທົບກັບສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ເພື່ອຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນໃນຈຸດເວລາທີ່ເໝາະສົມ ຢູ່ ຫວຽດນາມ ໃນປີ 2021 ໃນສະພາບການທີ່ໂລກລະບາດຍັງສືບຕໍ່ມີການຜັນແປຢ່າງສັບສົນ, ການໄປມາລະຫວ່າງສອງປະເທດຍັງບໍ່ທັນໄດ້ການເຊື່ອມຕໍ່ຄືນໃໝ່ຢ່າງເປັນທາງການ.

        ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສປປ. ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ປາດຖະໜາວ່າ ຄະນະຊາວໜຸ່ມສອງປະເທດ ຫວຽດນາມ - ລາວ ຈະສືບຕໍ່ສະໜິດຕິດພັນ, ຊ່ວຍເຫຼືອ, ແບ່ງປັນນຳກັນ. ທ່ານເຊື່ອໝັ້ນວ່າ ຊາວໜຸ່ມສອງປະເທດ ຫວຽດນາມ - ລາວ ຈະສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີແບບພິເສດນີ້ໃຫ້ນັບມື້ນັບພັດທະນາ.

ທູຮັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ