ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດປະທານໂຮ່ຈິມິນ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ ແລະ ຜັນຂະຫຍາຍມະຕິຂອງກົມການເມືອງ “ກ່ຽວກັບການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນ”
ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດປະທານໂຮ່ຈິມິນ - ảnh 1(ງານພົບປະແລກປ່ຽນ)

ວັນທີ 31 ພຶດສະພາ, ຢູ່ຮ່າໂນ້ຍ, ໜັງສືພິມເອເລັກໂຕນິກພັກກອມມູນິດຫວຽດນາມ ໄດ້ຈັດງານພົບປະແລກປ່ຽນດ້ວຍຫົວຂໍ້ວ່າ “ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດປະທານໂຮ່ຈິມິນ”. ນະທີ່ນີ້, ບັນດານັກວິທະຍາສາດໄດ້ເຮັດແຈ້ງກ່ຽວກັບພື້ນຖານດ້ານທິດສະດີ, ແນວຄິດ, ແບບແຜນການດຳລົງຊີວິດປະທານໂຮ່ຈິມິນ ກ່ຽວກັບການປົດປ່ອຍຊາດ, ປົດປ່ອຍຊົນຊັ້ນກຳມະກອນ, ປົດປ່ອຍມະນຸດ, ສິດເປັນເຈົ້າຂອງປະຊາຊົນ, ສ້າງລັດໂດຍປະຊາຊົນ, ຂອງປະຊາຊົນ ແລະ ເພື່ອປະຊາຊົນ… ທ່ານນາງ ຫງວຽນເຟືອງຮວາ, ຄະນະໂຄສະນາສຶກສາສູນກາງ, ຖືວ່າ.

        “ຮ່ຳຮຽນຕາມປະທານໂຮ່ຈິມິນ ເພື່ອຕ້ານຄືນການເຊື່ອມທາດດ້ານແນວຄິດ, ການເມືອງ, ຄຸນສົມບັດ, ແບບແຜນຊີວິດ, ຕ້ານຄືນການຜັນແປດ້ວຍຕົນເອງຫັນປ່ຽນດ້ວຍຕົນເອງ ແມ່ນການຕໍ່ສູ້ທີ່ຫຍຸ້ງຍາກສັບສົມທີ່ສຸດ ຍ້ອນພວກເຮົາຕໍ່ສູ້ກັບຕົນເອງ ແລະ ຕໍ່ສູ້ກັບສິ່ງບໍ່ດີໃນລະອົງການຈັດຕັ້ງ… ສະນັ້ນ, ວຽກງານປະຕິບັດຕາມແບບຢ່າງປະທານໂຮ່ຈິມິນ ຍິ່ງລະອຽດ, ເພື່ອຕໍ່ສູ້ກັບຕົນເອງ, ຕໍ່ສູ້ສິ່ງບໍ່ດີໃນອົງການຈັດຕັ້ງ, ສຳນັກງານ, ທ້ອງຖິ່ນຕົນ, ຈາກນັ້ນເລື່ອງຮ່ຳຮຽນຈະກາຍເປັນຄວາມຊິນເຄີຍມີຄວາມຕື່ນຕົວ ແລະ ນຳມາເຊິ່ງໝາກຜົນຢ່າງແທດຈິງ”.

ຕອບກັບ

ຂ່າວ/ບົດ​ອື່ນ