ການເຄື່ອນໄຫວ ລະນຶກ 35 ປີ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ລາວ ຫວຽດນາມ

ການເຄື່ອນໄຫວ ລະນຶກ 35 ປີ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ລາວ ຫວຽດນາມ - ảnh 1
ງານໂຮມຊຸມນຸມມິດຕິງລະນຶກ 35 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບການ
ຮ່ວມມື ລາວ - ຫວຽດນາມ, ຫວຽດນາມ - ລາວ ຢູ່ ວຽງຈັນ
ພາບ: internet


(vovworld) -ຕອນ​ເຊົ້າ​ວັນ​ທີ 18/7  ຢູ່ ນະຄອນຫລວງ ວຽງ​ຈັນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ ສປປ ລາວ ​ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​ມິດ​ຕິງ​ລະນຶກ​ 50 ປີ ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ແລະ 35 ປີ ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ, ລາວ - ຫວຽດນາມ. ກ່າວຄຳ​ປາ​ໄສ​ນະ​ທີ່​ນີ້, ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ​ໄດ້​ເນັ້ນ​ຫນັກ​ວ່າ: ປະຈຸ​ບັນ ​ໃນ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ ພວມ​ມີ​ການ​ຜັນ​ແປ​ຢ່າງ​ວ່ອງ​ໄວ ​ແລະ ສັບສົນ, ການ​ເພີ່ມ​ທະວີ ​ແລະ ປັບປຸງ​ຄວາມ​ສາມັກຄີ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ຍິ່ງ​ມີ​ຄວາມ​ໝາຍ​ສຳຄັນ, ​​ແມ່ນ​ປັດ​ໄຈ​ຮັບປະກັນ​ໄຊຊະນະ​ຂອງ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢູ່​ແຕ່ລະ​ປະ​ເທດ. ກ່າວ​ຄຳ​ປາ​ໄສ​ນະ​ງານ​​ໂຮມ​ຊຸມນຸມ​ມິດ​ຕິງ, ທ່ານ Le Hong Anh ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລຂາ​ສູນກາງພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ: ຫວຽດນາມ ຢືນຢັນ​ແນວທາງ, ນະ​ໂຍບາຍສະ​ເໝີ​ຕົ້ນ​ສະ​ເຫມີ​ປາຍຂອງ ຫວຽດນາມ ​ແມ່ນ​ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ ປະ​ເທດ​ລາວ​ອ້າຍ​ນ້ອງ ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ໃຫ້​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່ ​ເພື່ອ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ສອງ​ປະ​ເທດ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ