ການເຄື່ອນໄຫວ ສັນຕິພາບ, ສາມັກຄີ ມິດຕະພາບຕິດພັນກັບການຊຸກຍູ້ການພົວພັນຮ່ວມມືຫວຽດນາມ - Acmenia

ການເຄື່ອນໄຫວ ສັນຕິພາບ, ສາມັກຄີ ມິດຕະພາບຕິດພັນກັບການຊຸກຍູ້ການພົວພັນຮ່ວມມືຫວຽດນາມ - Acmenia - ảnh 1
ກອງ​ປະຊຸມ​ໃຫຍ່​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ ຫວຽດນາມ - Acmenia
(ພາບ: anninhthudo.vn)


(vovworld) - ວັນ​ທີ  24/5 ກອງ​ປະຊຸມ​ໃຫຍ່​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ ຫວຽດນາມ - Acmenia, ອາຍຸ​ການ 2014 – 2019 ​ໄດ້​ດຳ​ເນີນ​​ໄປຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ລວມມີ​ສະມາຊິກ 33 ທ່ານ. ດຣ ຫງວຽນ​ວັນ​ທ້ວນ, ອະດີດ​ເລຂາ​ຄະນະ​ພັກ​ນະຄອນ​ຫາຍ​ຝ່ອງ​ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - Acmenia. ​ໃນ​ໄລຍະ​ຈະ​ມາ​ເຖິງ, ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ສະມາຄົມ​ແມ່ນ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື ບົນ​ພື້ນຖານ​ບັນດາ​ສາຍ​ພົວພັນ​ທີ່​ມີ​ຢູ່​ແລ້ວ; ການ​ເຄື່ອນ​ໄຫວ​ສັນຕິພາບ, ສາມັກຄີ​ມິດຕະພາບ​ຕິດ​ພັນ​ກັບ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​​ໃນ​ທຸກ​ຂົງ​ເຂດ, ​ເສດຖະກິດ, ວັດທະນະທຳ,  ການ​ສຶກສາລະ​ຫວ່າງ​ຫວຽດນາມ - Acmenia.

        ທ່ານ​ເອກ​ອັກຄະ​ລັດຖະທູດ Acmenia ປະຈຳ​ຫວຽດນາມ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ສະມາຄົມ​ມິດຕະພາບ ຫວຽດນາມ - Acmenia ຈະ​ມີ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ສ້າງ​ສາຍ​ພົວພັນ​ໂດຍ​ກົງ​ໃນ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ການ​ຄ້າ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ ກໍ່​ຄື​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ພົບ​ປະ​ແລກປ່ຽນ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ Acmenia ຢືນຢັນ​ວ່າ, ສະຖານທູດ Acmenia ປະຈຳ​ຫວຽດນາມ ຈະ​ປະກອບສ່ວນ​ຢ່າງ​ແຮງ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ