ການເຄື່ອນໄຫວ ສະເຫຼີມສະຫຼອງ 223 ປີແຫ່ງວັນ ໄຊຊະນະ ງອກໂຮ່ຍ ດົ໋ງດາ

ການເຄື່ອນໄຫວ ສະເຫຼີມສະຫຼອງ 223 ປີແຫ່ງວັນ ໄຊຊະນະ ງອກໂຮ່ຍ ດົ໋ງດາ - ảnh 1
( ການນຳແຂວງ ບິ່ງດິ້ງ ຖະຫວາຍດອກໄມ້ຢູ່ອານຸສາວະລີ ກວາງຈູງ )

ວັນ​ທີ 27/1, ຢູ່​ບ້ານ ກຽນ​ມີ໋, ​ເມືອງ ​ໄຕ​ເຊີນ, ​ແຂວງ ບິ່ງ​ດິ້ງ, ​ເຊິ່ງ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ນັກ​ວິລະ​ຊົນ​ຊາວນາ ຫງວຽນ​ເຮ່ວ ກວາງ​ຈູງ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ກິລາ​ຢ່າງ​ຟົດ​ຟື້ນ​ ​ເພື່ອສະ​ເຫຼີ​ມສະຫຼອງ 223 ປີ ​ແຫ່ງ​ວັນ​ໄຊຊະນະ ງອກ​ໂຮ່ຍ ດົ໋ງດາ.ຢູ່​ເດີນ​ຫໍ​ບູຊາ ​ໄຕ​ເຊີນ​ຕາມ​ກຽດ ​ແລະ​ອະ​ນຸສາ​ວະລີ, ມີຊາວ ບິ່ງ​ດິ້ງ ​ແລະ​ນັກ​ທ່ອງ​ທ່ຽວ ນັບ​ໝື່ນ​ຄົນ ​ໄດ້​ຖະຫວາຍ​ດອກ​ໄມ້, ທູບ​ທຽນ ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ຜູ້​ທີ່​ໄດ້​ສ້າງ​ວິລະ​ກຳ​ທີ່​ອົງອາດ​ກ້າຫານ, ຂັບ​ໄລ່​ເສິກ​ຕ່າງ​ດ້າວ​ອອກ​ຈາກ​ປະ​ເທດ.

​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 27/1, ຢູ່​ສວນສາທາລະນະ​ວັດທະນະທຳ ດົ໋ງດາ, ນະຄອນ ຮ່າ​ໂນ້ຍ, ​ໄດ້​ຈັດ​ງານ​ບຸນສະ​ເຫຼີ​ມສະຫຼອງ 223 ປີ ​ແຫ່ງ​ວັນ​ໄຊຊະນະ ງອກ​ໂຮ່ຍ ດົ໋ງດາ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ນະຄອນຫຼວງ ​ແລະ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ພາຍຫຼັງ​ຈັດ​ພິທີ​ຖະຫວາຍ​ທູບ​ທຽນ, ​ແຫ່​ຫວໍ, ຟ້ອນ​ມັງກອນ ລະ ບູຊາ​ແລ້ວ. ທ່ານ​ນາງ ຮ່າ​ທິ​ເລ​ຍຸງ, ຮອງ​ປະທານ​ເມືອງ ດົ໋ງດາ, ​ໃຫ້​ຮູ້​ວ່າ:

​ເພື່ອ​ເປັນ​ການ​ປຸກລະດົມ, ສົ່ງ​ເສີມ, ສຶກສາ ປຊຊ ​ແລະ​ລຸ້ນໜຸ່ມ​ເມືອງ ດົ໋ງດາ ​ໃຫ້​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ ​ແລະ​ວິລະ​ຊົນ, ພວກ​ຂ້າພະ​ເຈົ້າ​ໄດ້​ປະສານ​ສົມທົບ​ກັບ​ຄະນະ​ສິລະ​ປະ​ທະຫານ​ເຂດ 2 ຈັດ​ລາຍການ​ສະ​ແດງ​ສິລະ​ປະ ວາດ​ພາບ​ກ່ຽວ​ກັບ​ປະຫວັດສາດ​ທີ່​ອົງອາດ​ກ້າຫານ​ຂອງ​ໄຊຊະນະ ງອກ​ໂຮ໋ຍ - ດົ໋ງດາ. ​ແນ​ໃສ່​ສົ່ງ​ເສີມ ປຊຊ ອອກ​ແຮງ​ແຂ່ງຂັນ​ທຳ​ການ​ຜະລິດ, ຮຳ່ຮຽນ, ປະຕິບັດ​ໜ້າ​ທີ່​ການ​ເມືອງ, ​ເສດຖະກິດ, ສັງຄົມ​ໃນ​ປີ 2012 ​​ໃຫ້​ດີ.

​ໃນ​ວັນ​ດຽວ​ກັນ, ຢູ່ ຮ່າ​ໂນ້ນ ກໍ່​ຈັດ​ງານ​ບຸນ ບ່າຍ​ຈ່ອຍ (​ເຊິ່ງ​ແມ່ນ​ງານ​ບຸນ​ປະຈຳ​ປີ​ຂອງ​​ແຂວງ​ບິ່ງ​ດິ້ງ), ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 223 ປີ ​ແຫ່ງ​ວັນ​ກວາງ​ຈູງ ຕີ​ເອົາ​ຊະນະ​ເສິກຊິງ , ປົດ​ປ່ອຍ​ເມືອງ​ຫຼວງ ທັງ​ລອງ. ງານ​ບຸນ ບ່າຍ​ຈ່ອຍ​ປີ​ນີ້ ດຳ​ເນີນ​ໄປ​ດ້ວຍ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ, ​ໃນ​ນັ້ນ​ມີ ດົນຕີ ຕີມວຍ ​ໄຕ​ເຊີນ ຈະ​ແມ່ນ​ລາຍການ​ເປີດ​ສາກ​ໃຫ້​ງານ​ບຸນ. ງານ​ບຸນ​ຈະ​ດຳ​ເນີນ​​ແຕ່​ວັນ​ທີ 27-29/1​.

ຂ່າວ/ບົດ​ອື່ນ