(vovworld) – ຕອນບ່າຍວັນທີ 21/05, ຢູ່ສຳນັກງານປະທານາທິບໍດີ ຟິລີບປີນ ຢູ່ນະຄອນຫຼວງ ມານີລາ, ທ່ານປະທານາທິບໍດີຟິລີບປີນ Benigno S.Aquino III ໄດ້ເປັນເຈົ້າການຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພ້ອມກັບຄະນະຜູ້ແທນຫວຽດນາມ ຢ່າງສົມກຽດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຟິລີບປີນ ເນື່ອງໃນໂອກາດຄະນະມາເຂົ້າຮ່ວມເວທີປາໄສເສດຖະກິດໂລກ (WEF) ກ່ຽວກັບອາຊີ ເຊິ່ງຈັດຂຶ້ນໃນວັນທີ 22/05. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພ້ອມກັບທ່ານປະທານາທິບໍດີ Benigno S.Aquino III ໄດ້ດຳເນີນການເຈລະຈາ, ພ້ອມກັນແລກປ່ຽນ ແລະ ເປັນເອກະພາບນຳກັນຫຼາຍມາດຕະການລະອຽດ ແນໃສ່ຮັດແໜ້ນການພົວພັນມິດຕະພາບ, ຍູ້ແຮງການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ພ້ອມທັງສະແດງທັດສະນະເດັດດຽວຄັດຄ້ານ ແລະ ຮຽກຮ້ອງບັນດາປະເທດ, ປະຊາຄົມໂລກສືບຕໍ່ອອກສຽງຄັດຄ້ານຢ່າງແຮງ ແລະ ຮຽກຮ້ອງຈີນ ຢຸດຕິບັນດາການກະທຳລ່ວງລ້ຳເຂດທະເລຢ່າງຮ້າຍແຮງຂອງບັນດາປະເທດແຄມທະເລ… ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ແລະ ທ່ານປະທານາທິບໍດີ Benigno S.Aquino III ໄດ້ເຫັນດີ ຮັດແໜ້ນການພົວພັນດ້ານການເມືອງ, ການຕ່າງປະເທດລະຫວ່າງ 2 ປະເທດກວ່າອີກ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຮ່ວມມືໃນຂອບເຂດພັກ, ສະພາແຫ່ງຊາດ ແລະ ການພົບປະແລກປ່ຽນປະຊາຊົນ ແນໃສ່ຮັດແໜ້ນຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ໃນນັ້ນມີການຊຸກຍູ້ການສ້າງສະມາຄົມມິດຕະພາບຫວຽດນາມ - ຟິລີບປີນ ແລະ ສະມາຄົມມິດຕະພາບຟິລີບປີນ - ຫວຽດນາມ. ແຈ້ງການກ່ຽວກັບໝາກຜົນການເຈລະຈາກັບສ່ືມວນຊົນສາກົນຢູ່ສຳນັກງານປະທານາທິບໍດີ ຟິລີບປີນ ຢູ່ນະຄອນຫຼວງ ມານີລາ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ.
“ບົນພື້ນຖານການພົວພັນອັນດີງາມຄືປະຈຸບັນ, ພວກຂ້າພະເຈົ້າເຫັນດີຊຸກຍູ້ ແລະ ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ - ຟິລີບປີນ, ນຳການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຂຶ້ນສູ່ລະກັບສູງໃໝ່ຢ່າງຮອບດ້ານ. ຕາມນັ້ນແລ້ວ, ພວກຂ້າພະເຈົ້າເຫັນດີສ້າງຕັ້ງຄະນະກຳມະການປະຕິບັດງານໂດຍກະຊວງການຕ່າງປະເທດ 2 ປະເທດນຳໜ້າ ເພື່ອສ້າງທິດທາງມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ ແລະ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາລວມຂອງພາກພື້ນ ເພື່ອຍື່ນສະເໜີຕໍ່ການນຳຂັ້ນສູງ 2 ປະເທດຕັດສິນໂດຍໄວ”.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານປະທານາທິບໍດີ Benigno S Aquino III ໄດ້ແຈ້ງໃຫ້ວົງການນັກຂ່າວຊາບ: ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນຢ່າເລິກເຊິ່ງ ແລະ ກວ້າງຂວາງກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນສົມທົບນຳກັນຢ່າງແຫນ້ນແຟ້ນ ແລະ ກັບບັນດາປະເທດສະມາຊິກ ອາຊຽນ ພ້ອມກັນມານະພະຍາຍາມສ້າງປະຊາຄົມອາຊຽນ ສາມັກຄີ, ເຂັ້ມແຂງໃນປີ 2015, ສືບຕໍ່ສົມທົບກັນ, ຫນູນຊ່ວຍເຊິ່ງກັນ ແລະກັນທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນ. ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນວ່າ:
“ຂ້າພະເຈົ້າ ແລະ ທ່ານປະທານາທິບໍດີ Benigno S Aquino III ລ້ວນແຕ່ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການອັນຕະລາຍພິເສດປະຈຸບັນຢູ່ທະເລຕາເວັນອອກ. ສອງຝ່າຍເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງບັນດາປະເທດ, ປະຊາຄົມໂລກສືບຕໍ່ຄັດຄ້ານຢ່າງແຮງ ແລະ ຮຽກຮ້ອງຈີນ ຈົ່ງຢຸດຕິບັນດາການກະທຳລ່ວງລ້ຳຢ່າງທັນທີ່, ເຄົາລົບກົດໝາຍສາກົນ, ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍທະເລປີ 1982, ຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ສູ້ຊົນສ້າງປະມວນຂໍ້ກຳນົດການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.”

ທ່ານ Benigno S Aquino III ຊີ້ແຈ້ງວ່າ: ຟິລິບປີນ ແລະ ຫວຽດນາມ ເພີ່ມທະວີການຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ບໍ່ພຽງແຕ່ຮັດແຫນ້ນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນເທົ່ານັ້ນ ຫາກຍັງເພີ່ມທະວີຄວາມສາມາດຂອງກອງທັບສອງປະເທດອີກດ້ວຍ. ການນຳສອງທ່ານຢືນຢັນຄືນ ການຮ່ວມມືທະເລ ແລະ ມະຫາສະມຸດ ແມ່ນເສົາຄ້ຳໃນການພົວພັນລະຫວ່າງສອງປະເທດ ແລະ ເຫັນດີສືບຕໍ່ແລກປ່ຽນ, ການຮ່ວມມືຢ່າງມີປະສິດທິຜົນ ຢູ່ ບັນດາກົນໄກສອງຝ່າຍຄື: ຄະນະກຳມະການປະສົມກ່ຽວກັບການຮ່ວມມືທະເລ ແລະ ມະຫາສະມຸດ.