ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຢູ່ ASEM 9


ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຢູ່ ASEM 9 - ảnh 1
( ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung 
ເຂົ້າຮ່ວມກອງປະຊຸມ ASEM 9 )

(vovworld) -     ວັນ​ທີ 6/11, ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ພ້ອມ​ກັບ​ປະ​ນຸກລັດ, ການ​ນຳ​ລັດຖະບານ​ ​ແລະ ຫົວໜ້າ​ຄະນະຜູ້​ແທນບັນດາ​ປະ​ເທດ​ສະມາຊິກ ASEM ​​ດຳ​ເນີນ​ບັນດາ​ກອງປະຊຸມ​ສຳຄັນ​ດ້ວຍ​ຫົວ​ຂໍ້​ວ່າ: ບັນດາ​ບັນຫາ​ທົ່ວ​ໂລກ, ຊຸກຍູ້​ການ​ຮ່ວມ​ມື​ວັດທະນະທຳ - ສັງຄົມ, ບັນດາ​ບັນຫາ​ພາກ​ພື້ນ ​ແລະ ອະນາຄົດ​ຂອງ​ ASEM. ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ພ້ອມ​ກັບ​ບັນດາ​ການ​ນຳ ASEM ​ໃຫ້​ຂໍ້​ສັງ​ເກດ​ວ່າ ກ້າວ​ເຂົ້າ​ສູ່​ທົດ​ສະ​ວັດ​ທີ 2 ຂອງ​ສະຕະວັດ​ທີ 21, ຍິ່ງ​ກວ່າ​ເວລາ​ໃດ​ໝົດ, ​ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ບັນດາ​ບັນຫາ​ທົ່ວ​ໂລກ​ທີ່​ຮ້າຍ​ແຮງ, ຮຽກຮ້ອງ​ໃຫ້ ASEM ຕ້ອງ​ມີ​ວິ​ໄສ​ທັດ​ຢ່າງຮອບດ້ານ, ມີ​ການ​ກຳ​ທຳຢ່າງ​ວ່ອງ​ໄວ ​ແລະ ຂ້ຽວຂາດ​ໃນ​ທຸກ​ຂັ້ນ​ລະ​ດັບ​ຊາດ, ພາກ​ພື້ນ, ລະຫວ່າງ​ພາກ​ພື້ນ ​ແລະ ທ່ົວ​ໂລກ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​​ເນັ້ນ​ໜັກ​ວ່າ: ບັນຫາ​ຮີບ​ດ່ວນ​ໃນ​ປະຈຸ​ບັນ​ທີ່​ມີ​ຕໍ່ 2 ທະວີບ​ນັ້ນ​ແມ່ນ ຕ້ອງ​​ເປັນ​ເອກະ​ພາບ​ກັນກວ່າ​ໃນ​ສະຕິ​ຮັບ​ຮູ້, ສົມທົບ​ກັນ​ກະທຳ​ຢ່າງ​ແໜ້ນ​ແຟ້ນກວ່າ ​ແລະ ປ່ຽນ​ໃໝ່​ວິທີ​ສຳຜັດ. ບັນດາ​ບັນຫາ​ທົ່ວ​ໂລກ​ຕ້ອງ​ໄດ້​ຮັບ​ການ​ສຳ​ຜັດ ​ແລະ ​ແກ້​ໄຂ​ບົນພື້ນຖານ​ວິ​ໄສ​ທັດ​​ຍາວ​ນານ, ຮອບດ້ານ ​ແລະ ຫຼາຍ​ຂະ​ແໜງ, ຕິດ​ພັນ​ກັບ​ເລື່ອງ​ປະຕິບັດ​ບັນດາ​ຈຸດໝາຍ​ສະຫັດ​ສະ​ວັດ​ຢ່າງ​ແໜ້ນ​​ແຟ້ນ, ​ໃນ​ນັ້ນ​ມີ​ບັນຫາ​ປົກ​ປັກ​ຮັກ​ສາ​ສິງ​ແວດ​ລ້ອມ, ມານະ​ພະຍາຍາມ​ຫຼົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ. ທ່ານ​ນາ​ຍົດ​ລັດ​ຖະມົນຕີ Nguyen Tan Dung ​ເນັ້ນ​ໜັກ​ວ່າ.

“ເວທີ​ປາ​ໄສໄດ້​ຕາງໜ້າ​ໃຫ້​ປະມານ 60% ຈຳນວນ​ປະຊາກອນ​ໃນ​ໂລກ ​ແລະ ​ໄດ້ປະກອບປະມານ 50% GDP ທົ່ວ​ໂລກ, ASEM ມີ​ຄວາມສາມາດ ​ແລະ ມີໜ້າ​ທີ່​ຮັບຜິດຊອບ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ບັນດາ​ກົນ​ໄກ​ສົມທົບ, ຮ່ວມ​ມື​ທີ່​ມີ​ລັກສະນະ​ທົ່ວ​ໂລກ, ມີ​ຜົນ​ສັກສິດຢ່າງ​​​ເຕັມ​ສ່ວນ ​ແລະ ປະສິດ​ທິຜົນ​ເພື່ອ​ຮັບ​ມື, ​ແກ້​ໄຂ​ບັນດາ​ບັນຫາ​ລວມ. ພວກ​ເຮົາ​ຕ້ອງ​ມານະ​ພະຍາຍາມ​ປັບປຸງ​ສະຫະ​ປະຊາ​ຊາດ, ປະຕິ​ຮູບ​ບັນດາລະບອບ​ການ​ເງິນສາກົນ​ຕາມ​ທິດ​ຍຸດຕິ​ທຳ, ປະຊາທິປະ​ໄຕ ​ແລະ ມີ​ປະສິດທິ​ຜົນ​ກວ່າ, ພ້ອມ​ທັງ​ຍົກ​ສູງ​ປະ​ສິດທິ​ຜົນຂອງ​ບັນດາ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ ​ແລະ ລະຫວ່າງ​ພາກ​ພື້ນ​ທີ່​ພວມ​ມີ​ຢູ່​ແລ້ວ. ສິ່ງ​ນີ້​ແມ່ນ​​ສອດ​ຄ່ອງກັບ​ການ​ຫັນປ່ຽນ​ເປັນ​ພື້ນຖານ​ໃນ​ປະຈຸ​ບັນ​ໃນສາຍ​ສຳພັນກຳລັງ​ສາກົນ”.

ທ່ານ​ນາ​ຍົກ​ລັດ​ຖະມົນຕີ Nguyen Tan Dung ກໍ​ສະ​ເໜີ​ໃຫ້ ASEM ຕ້ອງ​ຊຸກຍູ້​ບັນດາ​ໂຄງການ, ຂໍ້​ລິ​ເລີ່ມຢ່າງ​ລະອຽດ ​ເພື່ອ​ແກ້​ໄຂ​ຢ່າງ​ທັນ​ການ​ບັນດາ​ບັນຫາ​ທີ່​ພວມ​ພົ້ນ​ເດັ່ນ​ຂຶ້ນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄ້ຳປະກັນ​​ແຫຼ່ງນ້ຳ ​ແລະ ​ສະບຽງ​ອາຫານ.

ໃນ​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ຮ່ວມ​ມື​ດ້ານ​ວັດ​ທະນະ​ທຳ​ສັງຄົມ​ຂອງ​ ASEM, ທ່ານ​ນາ​ຍົດ​ລັດ​ຖະມົນຕີ Nguyen Tan Dung ​ແລະ ບັນດາ​ການ​ນຳ ASEM ​ໄດ້ເນັ້ນໜັກ​ເຖິງ​ກາ​ນຖື​ເປັນ​ສຳຄັນ ​ແລະ ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ານການສຶກສາ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ເພື່ອ​ມຸ້ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ, ຕິດ​ພັນ​ການ​ບຳລຸງ​ສ້າງ ກັບ​ບັນດາ​ກາລະ​ໂອກາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃນ​ອະນາຄົດ ​ແລະ ​ເອົາ​ໃຈ​ໃສ່​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ກຳລັງ​ແຮງ​ງານ​ໜຸ່ມ. ທີ່​ກອງ​ປະຊຸມ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ, ທ່ານ​ນາ​ຍົກລັດ​ຖະມົນຕີ Nguyen Tan Dung ​ພ້ອມ​ກັບ​ບັນດາ​ການ​ນຳ ASEM ​ແບ່ງປັນ​ສິຕິ​ຮັບ​ຮູ້​ລວມກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ແມ່ນ​ຄວາມ​​ເປັນ​ຫ່ວງ​ອັນ​ດັບ​ໜຶ່ງ​ຂອງ​ທຸກໆ​ປະ​ເທດ ​ແລະ ບັນດາ​ພາກ​ພື້ນ​ໃນ​ປະຈຸ​ບັນ.

ກອງປະຊຸມ​ສຸດ​ຍອດ ASEM 9 ​ໄດ​້ອັດ​ລົງ​ໃນ​ຕອນ​ບ່າຍ 6/11.





ຂ່າວ/ບົດ​ອື່ນ