ການ​ເຄື່ອນ​ໄຫວ​ຂອງ​ທ່ານປະທານປະເທດ ຫງວຽນຊວນຟຸກ ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ອິນໂດເນເຊຍ

(VOVWORLD) - ເມື່ອໄປຢ້ຽມຢາມສຳນັກງານຄະນະເລຂາ ອາຊຽນ ທີ່ນະຄອນຫຼວງ ຈາກາຕາ, ພົບປະກັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi, ບັນດາທ່ານຮອງເລຂາທິການໃຫຍ່ ແລະ ເອກອັກຄະລັດຖະທູດ, ອຸປະທູດ ປະເທດສະມາຊິກ ອາຊຽນ.
ການ​ເຄື່ອນ​ໄຫວ​ຂອງ​ທ່ານປະທານປະເທດ ຫງວຽນຊວນຟຸກ ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ອິນໂດເນເຊຍ - ảnh 1ການຕ້ອນຮັບທ່ານ Arsjad Rasjid, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ
(ພາບ: TTXVN)

ຕອນເຊົ້າວັນທີ 23 ທັນວາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດປະເທດ ອິນໂດເນເຊຍ, ຢູ່ນະຄອນຫຼວງ ຈາກາຕາ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Arsjad Rasjid, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ (KADIN). ທ່ານປະທານປະເທດຕີລາຄາສູງບົດບາດຂອງຫ້ອງການການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ , ຊົມເຊີຍຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ (KADIN) ພ້ອມກັບບັນດາວິສາຫະກິດ ອິນໂດເນເຊຍ ມີຫຼາຍການເຄື່ອນໄຫວຮ່ວມມືກັບ ຫວຽດນາມ ກ່ຽວກັບການລົງທຶນ, ການຄ້າ ແລະ ຖືວ່າ ສິ່ງນີ້ໄດ້ປະກອບສ່ວນສຳຄັນເຂົ້າໃນໝາກຜົນແຫ່ງການຮ່ວມມືຂອງສອງປະເທດ, ພິເສດແມ່ນໃນປີ 2023, ເມື່ອສອງປະເທດໄດ້ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.

        ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ທີ່ການຕ້ອນຮັບທ່ານ Albert, ປະທານກໍ່ຕັ້ງຮ່ວມກຸ່ມບໍລິສັດ Traveloka, ເຈົ້າຂອງລະບົບໂປຼແກຼມສະໜອງການບໍລິການທ່ອງທ່ຽວທາງອອນລາຍແຖວໜ້າໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ທ່ານປະທານປະເທດ ຫງວຽນຊວນຟຸກ ຊົມເຊີຍການເຄື່ອນໄຫວດຳເນີນທຸລະກິດການບໍລິການຂອງກຸ່ມບໍລິສັດ Traveloka ຢູ່ ຫວຽດນາມ, ສະເໜີໃຫ້ກຸ່ມບໍລິສັດສືບຕໍ່ໜູນຊ່ວຍໂຄສະນາ, ນຳພາບພົດປະເທດຊາດ ແລະ ຊາວ ຫວຽດນາມ ອອກສູ່ໂລກ, ດຶງດູດແຂກທ່ອງທ່ຽວມາຄົ້ນຫາ ຫວຽດນາມ ຫຼາຍຕື່ມອີກ.

ການ​ເຄື່ອນ​ໄຫວ​ຂອງ​ທ່ານປະທານປະເທດ ຫງວຽນຊວນຟຸກ ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ອິນໂດເນເຊຍ - ảnh 2ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi
(ພາບ: Thống Nhất/TTXVN)

        ເມື່ອໄປຢ້ຽມຢາມສຳນັກງານຄະນະເລຂາ ອາຊຽນ ທີ່ນະຄອນຫຼວງ ຈາກາຕາ, ພົບປະກັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi, ບັນດາທ່ານຮອງເລຂາທິການໃຫຍ່ ແລະ ເອກອັກຄະລັດຖະທູດ, ອຸປະທູດ ປະເທດສະມາຊິກ ອາຊຽນ. ທ່ານປະທານປະເທດ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຖືການພົວພັນກັບ ອາຊຽນ ໃນແນວທາງການພົວພັນຕ່າງປະເທດເປັນສຳຄັນ ແລະ ຍາມໃດກໍ່ມານະພະຍາຍາມ, ປະກອບສ່ວນຢ່າງຕັ້ງໜ້າເພື່ອສ້າງ ອາຊຽນ ແຫ່ງສາມັກຄີ, ໝັ້ນຄົງ, ເຂັ້ມແຂງ. ຊຸມປີຜ່ານມາ, ເຖິງວ່າ ສະພາບການສາກົນ ແລະ ພາກພື້ນມີການຜັນແປ ສັບສົນ, ຍາກທີ່ຄາດຄະເນລ່ວງໜ້າໄດ້ກໍ່ຕາມ, ແຕ່ຕາມທ່ານປະທານປະເທດ ຫງວຽນຊວນຟຸກ ແລ້ວ, ອາຊຽນ ທີ່ສາມັກຄີໄດ້ມີຄວາມໝັ້ນຄົງເຂັ້ມແຂງ, ເຕີບໃຫຍ່ຢ່າງກະໂດດຂັ້ນ, ນັບມື້ນັບເຂັ້ມແຂງ, ອິດທິພົນຊື່ສຽງໄດ້ຍົກສູງຂຶ້ນ, ບົດບາດໃຈກາງ ແລະ ພາບພົດໃນເວທີສາກົນໄດ້ຮັບການຢັ້ງຢືນ.

ຕອບກັບ

ຂ່າວ/ບົດ​ອື່ນ