ການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ Nguyen Sinh Hung ຢູ່ລາວ

ການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ Nguyen Sinh Hung ຢູ່ລາວ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ Nguyen Sinh Hung
ພົບປະກັບທ່ານ​ເລຂາທິການ​​ໃຫຍ່, ທ່ານ​ປະທານ​ປະ​ເທດ ຈູມມາລີ ​ໄຊ​ຍະ​ສອນ
(ພາບ: TTXVN)


(vovworld) -     ວັນ​ທີ 3/10, ກອງ​ປະຊຸມ​ການ​ເປັນຄູ່​ຮ່ວມ​ລັດຖະສະພາ​ອາຊີ - ​ເອີ​ລົບ ຄັ້ງ​ທີ 7 (ASEP 7) ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ລາວ, ດ້ວຍ​ການ​​ເຂົ້າ​ຮ່ວມ​ຂອງ 43 ປະ​ເທດ​ສະມາຊິກ ​ແລະ ລັດຖະສະພາ​ບາງ​ປະ​ເທດ​ທີ່​ພວມ​ກະກຽມ​ໄດ້​ຮັບ​ເຂົ້າລັດຖະສະພາ​ອາຊີ - ​ເອີ​ລົບ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ Nguyen Sinh Hung ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດຫວຽດນາມ​ ເຂົ້າ​ຮ່ວມ​ກອງ​ປະຊຸມ ​ແລະ ມີ​ບົດກາວ​ປາ​ໄສ​ທີ່​ສຳຄັນ​ດ້ວຍ​ເນື້ອ​ໃນ​ສືບ​ຕໍ່ຢືນຢັນ ຫວຽດນາມ ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີຄວາມ​ຮັບຜິດຊອບຕໍ່​ປະຊາ​ຄົມ​ໂລກ.

        ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 2/10, ທ່ານ​ປະທານ​ສະພ​າ​ແຫ່ງ​ຊາດ Nguyen Sinh Hung ​ແລ​ະ ບັນດາ​ສະມາ​ຊິກ​​ໃນຄະນະຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ, ພາຍຫຼັງ​ທີ່​ຄະນະເຂົ້າ​ຢ້ຽມ​ຂໍ່ານັບທ່ານ​ເລຂາທິການ​​ໃຫຍ່, ທ່ານ​ປະທານ​ປະ​ເທດ ຈູມມາລີ ​ໄຊ​ຍະ​ສອນ. ທີ່​ການ​ພົບ​ປະ​ເຈລະຈາ, ທ່ານ​ປະທານສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ເນັ້ນ​ໜັກ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ລັດ, ສອງ​ສະພາ​ແຫ່ງ​ຊາດ ​ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ຫວຽດນາມ ​ແລະ ລາວ ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ແລະ ​ແທດ​ຈິງ​ກວ່າ. ​ເພາະສະ​ນັ້ນ, ສອງ​ຝ່າຍຕ້ອງ​ສືບ​ຕໍ່​ຮັກສາ ​ແລະ ​ເພີ່ມ​ທະວີ​ບັນດາ​ການ​ຢ້ຽມຢາມ ​ແລະ ການ​ພົບ​ປະລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ກໍ​ຄື​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ, ຍູ້​​ແຮງການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ​ການ​ນຳ​ຂັ້ນ​ສູງຂອງ​ສອງ​ປະ​ເທດ​. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ກໍ​ປາດ​ຖະໜາ​ວ່າ ລັດຖະບານ​ລາວ ສ້າງ​ເງື່ອນ​ໄຂ​ສະດວກກວ່າ​ອີກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ລົງທຶນ​ຢູ່​ລາວ ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ອີກ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ສອງ​ຝ່າຍ ​ແລະ ​ໃນ​ປີ 2012 ນີ້, ສູ້​ຊົນ​ນຳວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຂອງ​ສອງ​ປະ​ເທດ​ບັນລຸລະດັບ 1 ຕື້ USD.

ຂ່າວ/ບົດ​ອື່ນ