(vovworld) - ຕອນຄຳ່ວັນທີ 5/6 ຕາມເວລາຫວຽດນາມ, ຢູ່ນະຄອນຫຼວງ Sofia, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ມີການພົບປະເຈລະຈາກັບປະທານາທິບໍດີ ບຸນກາຣີ Rosen Plevneliev. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ແຈ້ງໃຫ້ ປະທານາທິບໍດີ Rosen Plevneliev ກ່ຽວກັບໝາກຜົນຂອງການເຈລະຈາກັບທ່ານນາຍົກລັດຖະມົນຕີ Bovko Borisov. ປະທານາທິບໍດີ Rosen Plevnelievໄດ້ເຫັນດີເປັນເອກະສັນກັບ ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງວ່າ, ສອງປະເທດຄວນຍູ້ແຮງການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ ກໍ່ຄືເພີ່ມທະວີການຮ່ວມມືລະຫວ່າງທ້ອງຖີ່ນຂອງສອງປະເທດ ເພື່ອແນໃສ່ນຳການພົວພັນຫວຽດນາມ - ບຸນກາຣີ ຂຶ້ນສູ່ລະດັບສູງໃໝ່, ມຸງໄປເຖິງຄູ່ຮ່ວມມືຍຸດທະສາດໃນອະນາຄົດ. ປະທານາທິບໍດີ Rosen Plevneliev ຢືນຢັນວ່າ, ບຸນກາຣີສະໜັບສະໜູນເລື່ອງເພີ່ມທະວີການພົວພັນລະຫວ່າງຫວຽດນາມ - ອີຢູ ກໍ່ຄືເລື່ອງສຳເລັດ ແລະ ລົງນາມໃນສັນຍາການຄ້າຫວຽດນາມ - ອີຢູ ໂດຍໄວ, ພ້ອມທັງສະໜັບສະໜູນຫຼັກໝັ້ນຂອງຫວຽດນາມໃນບັນຫາທະເລຕາເວັນອອກ.
ຕອນຄຳ່ວັນທີ 5/6, ຢູ່ນະຄອນຫຼວງ Sofia, ທ່ານນາຍົກລັດຖະມົນຕີ
ຫງວຽນເຕິ໋ນຢຸງ ໄດ້ເປັນເຈົ້າພາບການໂອ້ລົມສົນທະນາກັບວິສາຫະກິດຫວຽດນາມ - ບຸນກາຣີ. ກ່າວຄວາມເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ, ຊີ້ແຈ້ງວ່າ:
“ຂ້າພະເຈົ້າ ແລະ ທ່ານນາຍົກລັດຖະມົນຕີບຸນກາຣີຫາກໍ່ມີການເຈລຈາສຳເລັດຜົນ. ທັງສອງຝ່າຍໄດ້ເຫັນດີຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສອງປະເທດເພີ່ມທະວີການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ ເຊິ່ງທັງສອງຝ່າຍມີຄວາມຕ້ອງການ, ມີທ່າແຮງ, ເພື່ອພ້ອມກັນນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ“.
ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ສົ່ງເສີມວິສາຫະກິດບຸນກາຣີ ຍູ້ແຮງການລົງທຶນເຂົ້າຫວຽດນາມໃນບັນດາໂຄງການກະສິກຳ, ສາທາລະນະສຸກ, ພະລັງງານສະອາດ, ກົນຈັກ; ພ້ອມທັງສະເໜີບັນດວິສາຫະກິດຫວຽດນາມເພີ່ມທະວີການສົ່ງອອກບັນດາຜະລິດຕະພັນມີທ່າແຮງເຊັ່ນ: ຜະລິດຕະພັນກະເສດ, ເຄື່ອງເອເລກໂຕນິກ, ເຄື່ອງຕຳແຜ່ນຕັດຫຍິບ…
ຕອນບ່າຍວັນດຽວກັນ, ໃນການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດບຸນກາຣີ Tseska Tsacheva ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ສະແດງຄວາມຫວັງວ່າ, ສະພາແຫ່ງຊາດບຸນກາຣີ ຈະສືບຕໍ່ຕັ້ງໜ້າປະກອບສ່ວນເຂົ້າໃນສາຍພົວພັນຮ່ວມມືທຸກດ້ານລະຫວ່າງສອງປະເທດ. ສອງຝ່າຍຢືນຢັນຈະສືບຕໍ່ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນຂອບເຂດຮ່ວມມືຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ.