ການເຄື່ອນໄຫວຂອງປະທານປະເທດ ເຈືອງເຕີນຊາງ ຢູ່ APEC 22

ການເຄື່ອນໄຫວຂອງປະທານປະເທດ ເຈືອງເຕີນຊາງ ຢູ່ APEC 22 - ảnh 1
ບັນດາ​ການ​ນຳ​ພື້ນຖານ​ເສດຖະກິດ APEC
(ພາບ: news.cn)


(vovworld) – ຕອນ​ຄໍ່າ​ວັນ​ທີ 10/11, ຢູ່​ປັກ​ກິ​ງ, ປະ​ເທດ​ຈີນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ ​ແລະ ລາຍ​ການສະ​ແດງ​ສິລະ​ປະ​ຂໍ່ານັບ​ຮັບ​ຕ້ອນ​​ການ​ນຳ​ບັນດາພື້ນຖານ​ເສດຖະກິດ APEC ​ແລະ ພັນ​ລະ​ຍາ, ​ໂດຍ​ທ່ານ​ປະ​ເທດ​ປະ​ເທດ​ຈີນ ສື່ຈິນຜິ​ງ ​ແລະ ພັນ​ລະ​ຍາ​ເປັນ​​ເຈົ້າພາບ.

        ທ່ານ​ປະທາ​ນປະ​ເທດ​ ​ເຈືອງ​ເຕີນ​ຊາງ ​ໄດ້ພ້ອມ​ກັບບັນດາ​ການ​ນຳ​ພື້ນຖານ​ເສດຖະກິດ​ສະມາຊິກ APEC ຮັບ​ຊົມ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ, ພ້ອມ​ກັນ​ແບ່ງປັນ​ທັດ​ສະ​ນະ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ​ໂລກທີ່​ຕ່າງມີ​ຄວາມ​ສົນ​ໃຈ; ຢືນຢັນ​ສືບ​ຕໍ່​ຮັກສາ​ບົດບາດ ​ແລະ ທີ່​ຕັ້ງຂອງ APEC, ສ້າງປະຊາ​ຄົມ​ອາຊີ - ປາຊີ​ຝິກ ​ໃຫ້ໝັ້ນຄົງ, ພັດທະນາ ​ແລະ ວັດ​ທະນາ​ຖາ​ວອນ.

        ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ ​ຄັ້ງ​ທີ 22 (APEC 22), ວັນ​ທີ 10/11, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່າ​ນປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ທ່ານ​ປະທານາທິບໍ​ດີ​ອິນ​ໂດ​ເນ​ເຊຍ Joko Widodo, ທ່ານ​ປະທານາທິບໍດີ​ຈີ​ເລ Michele Bachelet …

ຂ່າວ/ບົດ​ອື່ນ