ການເຄື່ອນໄຫວຂອງເງິນລົງທຶນ FDI ຢູ່ ຫວຽດນາມ ຍັງຮັກສາເປັນປົກກະຕິ, ໂດຍບໍ່ຫົວຊາຕໍ່ຄວາມຂາດສະຖຽນລະພາບທົ່ວໂລກ

(VOVWORLD) - WB ໃຫ້ຂໍ້ສັງເກດວ່າ, ການຜະລິດອຸດສາຫະກຳສືບຕໍ່ແມ່ນຂົງເຂດດຶງດູດ FDI ຕົ້ນຕໍເຂົ້າ ຫວຽດນາມ ແລະ ຂົງເຂດນີ້ສືບຕໍ່ໄດ້ຮັບການປັບປຸງ.
ການເຄື່ອນໄຫວຂອງເງິນລົງທຶນ FDI ຢູ່ ຫວຽດນາມ ຍັງຮັກສາເປັນປົກກະຕິ, ໂດຍບໍ່ຫົວຊາຕໍ່ຄວາມຂາດສະຖຽນລະພາບທົ່ວໂລກ - ảnh 1(ພາບປະກອບ: qdnd.vn)

        ວັນທີ 22 ພະຈິກ, ທະນາຄານໂລກ (WB) ປະຈຳ ຫວຽດນາມ ໄດ້ປະກາດບົດລາຍງານ “ອັບເດດສະພາບການເສດຖະກິດມະຫາພາກຂອງ ຫວຽດນາມ ເດືອນ ຕຸລາ 2023”.

        ຕາມບົດລາຍງານຂອງ WB ແລ້ວ, ໂດຍບໍ່ຫົວຊາຕໍ່ຄວາມຂາດສະຖຽນລະພາບທົ່ວໂລກ, ຄຳໝັ້ນສັນຍາສຳລັບເງິນລົງທຶນຕ່າງປະເທດ (FDI) ບວກເຂົ້າກັນໃນ 10 ເດືອນຜ່ານມາຂອງ ຫວຽດນາມ ບັນລຸໄດ້ 25,7 ຕື້ USD, ສູງກວ່າ 14,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ເພື່ອບັນລຸຜົນງານດັ່ງກ່າວແມ່ນຍ້ອນຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນຕ່າງປະເທດ ທີ່ມີຕໍ່ຄວາມສະຖຽນລະພາບ ແລະ ການເປີດປະຕູຂອງ ຫວຽດນາມ. ທຶນ FDI ປະຕິບັດການບວກເຂົ້າກັນບັນລຸ 18 ຕື້ USD, ເພີ່ມຂຶ້ນ 3,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

        WB ໃຫ້ຂໍ້ສັງເກດວ່າ, ການຜະລິດອຸດສາຫະກຳສືບຕໍ່ແມ່ນຂົງເຂດດຶງດູດ FDI ຕົ້ນຕໍເຂົ້າ ຫວຽດນາມ ແລະ ຂົງເຂດນີ້ສືບຕໍ່ໄດ້ຮັບການປັບປຸງ. ລະອຽດແມ່ນ, ດັດຊະນີຜະລິດອຸດສາຫະກຳ (IIP) ໃນແຕ່ລະເດືອນເລີ່ມເຕີບໂຕເປັນບວກນັບແຕ່ເດືອນ ເມສາ.

        ມີດັດຊະນີອື່ນທີ່ໜ້າສົນໃຈເຊິ່ງ WB ໄດ້ສະຖິຕິໃນບົດລາຍງານຄັ້ງນີ້. ນັ້ນແມ່ນລະດັບການເຕີບໂຕຂອງການຂາຍຍ່ອຍເດືອນ ຕຸລາ ເພີ່ມຂຶ້ນ 0,01% ເມື່ອທຽບໃສ່ເດືອນ ກັນຍາ. ການສົ່ງອອກ - ນຳເຂົ້າສິນຄ້າຂອງເດືອນ ຕຸລາ ສືບຕໍ່ຟື້ນຟູ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການພາຍນອກ, ທຽບກັບການເພີ່ມຂຶ້ນແມ່ນ 1,6% ເມື່ອທຽບໃສ່ເດືອນ ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ