ການເຄື່ອນໄຫວຄ້າຍພັກແລ້ງ “ຄະນະຊາວໜຸ່ມ ກ້າວຂຶ້ນຢ່າງເຂັ້ມແຂງ” ປີ 2021

(VOVWORLD) - ຄ້າຍພັກແລ້ງປີ 2021 ໂດຍມີການເຂົ້າຮ່ວມຂອງສະມາຊິກເຍົາວະຊົນ, ອະນຸຊົນ 132 ຄົນ.
ການເຄື່ອນໄຫວຄ້າຍພັກແລ້ງ “ຄະນະຊາວໜຸ່ມ ກ້າວຂຶ້ນຢ່າງເຂັ້ມແຂງ” ປີ 2021 - ảnh 1(ພາບປະກອບ: doanthanhnien.vn)

ເພື່ອຂ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ (26 ມີນາ 1931- 26 ມີນາ 2021) ແລະ 80 ປີແຫ່ງວັນສ້າງຕັ້ງກອງເຍົາວະຊົນ ຕຽນຟອງ ໂຮ່ຈີມິນ (15 ພຶດສະພາ 1941-15 ພຶດສະພາ 2021), ສະພາກອງເຍົາວະຊົນນະຄອນໂຮ່ຈີມິນ ໄດ້ເປີດຄ້າຍພັກແລ້ງ “ຄະນະຊາວໜຸ່ມ ກ້າວຂຶ້ນຢ່າງເຂັ້ມແຂງ” ປີ 2021, ເຊິ່ງດຳເນີນໃນລະຫວ່າງວັນທີ 20 -21 ມີນາ.

ຄ້າຍພັກແລ້ງປີ 2021 ໂດຍມີການເຂົ້າຮ່ວມຂອງສະມາຊິກເຍົາວະຊົນ, ອະນຸຊົນ 132 ຄົນ ແລະ ຜູ້ຮັບຜິດຊອບກອງເຍົາວະຊົນ 25 ຄົນທີ່ມີຜົນງານດີເດັ່ນໃນບັນດາຂະບວນການກອງເຍົາວະຊົນ ຂອງ 21 ຫໍເຍົາວະຊົນເມືອງ ແລະ ນະຄອນ ທູດຶກ. ເຂົ້າຮ່ວມຄ້າຍພັກແລ້ງ, ພວກນ້ອງໄດ້ຊອກຮູ້ກ່ຽວກັບຊີວິດຂອງປະທານໂຮ່ຈີມິນ, ປະຫວັດຄວາມເປັນມາຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ກອງເຍົາວະຊົນ; ເຂົ້າຮ່ວມການສະແດງໃນງານພົບປະແລກປ່ຽນສະແດງສິລະປະ…

ຕອບກັບ

ຂ່າວ/ບົດ​ອື່ນ