ການເຄື່ອນໄຫວຕອບສະໜອງວັນໂລກປ້ອງກັນ, ຕ້ານຢາເສບຕິດ

ການເຄື່ອນໄຫວຕອບສະໜອງວັນໂລກປ້ອງກັນ, ຕ້ານຢາເສບຕິດ - ảnh 1
ພາບປະກອບ

(vovworld) – ຕອນ​ຄຄຳ່​ວັນ​ທີ 25/6, ຄະນະ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ພິທີ​ຕອບ​ສະໜອງ​ວັນ​​ໂລກ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ​ແລະ ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ປີ 2013. ດ້ວຍ​ຫົວ​ຂໍ້​ວ່າ “ຕັດສິນ​ໃຈ​ສະກັດ​ກັ້ນ ​ແລະ ຍູ້​ໃຫ້​ໄພ​ຢາ​ເສບ​ຕິດ​ໃຫ້​ຖອຍ​ໄປ”, ບັນດາ​ການ​ເຄື່ອນ​ໄຫວ​ຕອບ​ສະໜອງ​ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ປີ​ນີ້​​ໄດ້​ມຸ້ງ​ໄປ​ສູ່​ຮາກ​ຖານ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງຖັນ​ແຖວ​ນັກໂຄສະນາ​.​.​.​ ​ເອື້ອຍ ​ເຈີ່ນ​ຮ່ວາງ​ແຄ໋ງ​ເວີນ, ຮອງ​ຫົວໜ້າ​ຄະນະ​ແນວ​ໂຮມ - ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ - ​​ເຂດ​ຊຸມ​ຊົນ​ຄະນະ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

“ພວກຂ້າພະ​ເຈົ້າມີ 2 ​ເນື້ອ​ໃນ, ທີ 1 ​ແມ່ນ​ບັນດາ​ເພື່ອນ​ຊາວ​ໜຸ່ມ​ທີ່​ອ່ອນ​ດ້ອຍ, ມີ​ໄພ​ຈະ​ກໍ່​ການ​ກະທຳ​ຜິດ, ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ບັນດາ​ແຜນການ​​ແນະນຳ​ຄະນະ​ຊາວ​ໜຸ່ມ​ຮາກ​ຖານ​ສຳ​ພັດ, ​ໂຄສະນາ​ອົບ​ຮົມເຂົາ​ເຈົ້າ. ທີ 2 ​ແມ່ນ, ສຳລັບ​ບັນດາ​ເພື່ອນ​ຊາວ​ໜຸ່ມ​ພວມ​ບຳບັດ​ຢາ​ເສບ​ຕິດ​ຢູ່​ສູນ, ພວກ​ຂ້າພະ​ເຈົ້າ​ຈະຊອກ​ຮູ້​​ແນວ​ຄິດ​ຈິດ​ໃຈ​ຂອງ​ເຂົາ​ເຈົ້າ​ເມື່ອ​ກັບ​ເມືອ​ບ້ານ​ຢາກ​ໄດ້​ຮຽນ​ວີ​ຊາ​ຊີບ​ຫຍັງ, ຢາກ​​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຄືແນວ​ໃດ. ​ເພື່ອ​ຈົດການ​ເຄື່ອນ​ໄຫວ​, ​ເຊື້ອ​ເຊີນພວກ​ເພື່ອນ​ເຈື່ອຈານ​ເຂົ້າ​ກັບ​ວົງ​ຄະນະ​ຍາດ.”

ຂ່າວ/ບົດ​ອື່ນ