ການເຄື່ອນໄຫວຕ່າງໆ ຂອງທ່ານປະທານ ສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢູ່ອີຕາລີ

ການເຄື່ອນໄຫວຕ່າງໆ ຂອງທ່ານປະທານ ສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢູ່ອີຕາລີ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
ເຈລະຈາ​ກັບ​ທ່ານ​ນາງຮອງ​ປະທານ​ສະພາ​ຕຳ​່ອີ​ຕາ​ລີ Mariana Sereri
(ພາບ: daibieunhandan.vn)

(vovworld) - ​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດສ.ອີ​ຕາ​ລີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ​ໄດ້ມີການ​ເຈລະຈາ​ກັບ​ທ່ານ​ນາງຮອງ​ປະທານ​ສະພາ​ຕຳ​່ອີ​ຕາ​ລີ Mariana Sereri ​ແລະ ຄະນະ​ສະມາ​ຊິກ​ສະພາ​ຕຳ​ອີ​ຕາ​ລີ ​ໃນ​ຕອນ​ບ່າຍ​ວັນ​ທີ 21/03. 2 ຝ່າຍ​ໄດ້​​ເຫັນ​ດີເປັນ​​ເອກະ​ພາບ​​ຊຸກຍູ້​ການພົວພັນ​ແລກປ່ຽນ​ສະພາ​ແຫ່ງ​ຊາດ, ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ອີ​ຕາ​ລີ ຮັບ​ໃຊ້​ຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານ​ນາງຮອງ​ປະທານ​ສະພາ​ຕຳ​່ອີ​ຕາ​ລີ Mariana Sereri ​ໄດ້​ເປັນ​​ເອກະ​ພາບ​ນຳ​ກັນ​ສືບ​ຕໍ່​​ເສີມ​ຂະຫຍາຍ​ກົນ​ໄກ​ທາ​ບທາມ​ຄວາມ​ເຫັນ ​ແລະ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ຕ່ຳ​ ອີ​ຕາ​ລີ ທີ່​ບັນດາ​ເວທີ​ປາ​ໄສຫຼາຍ​ຝ່າຍ​ຄື: ລັດຖະສະພາລະຫວ່າງ​ຊາດ​ສາກົນ (IPU), ​ເວທີ​ປາ​ໄສ​ລັດຖະສະພາ​ອາຊີ - ​ເອີ​ລົບ (ASEP)...  ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເຊີນ​ທ່ານ​ປະທານ​ສະພາ​ຕຳ​ອີ​ຕາ​ລີ ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ແລະ ນຳ​ໜ້າ​ຄະນະ​ຜູ້​ແທນລັດຖະສະພາ ​ອີ​ຕາ​ລີ ​ເຂົ້າ​ຮ່ວມ​ກອງ​ປະຊຸມລັດຖະສະພາລະຫວ່າງ​ຊາດ​ສາກົນ ຄັ້ງ​ທີ 132 (IPU 132) ​ເຊິ່ງ​ຈະ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ໃນ​ທ້າຍ​ເດືອນ 03/2015.

        ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ນາ​ທິບໍດີ​ສ.ອີ​ຕາ​ລີ Giorgio Napolitano, ​ເມື່ອ​ເຕື້ອງ​ເຖິງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ປາດ​ຖະໜາ​ວ່າ ອີ​ຕາ​ລີ ຈະ​ອະນຸດ​ມັດ​ຜ່ານ ​ແລະ ຊຸກຍູ້​ສະພາ​ແຫ່ງ​ຊາດ​ເອີ​ລົບ ອະນຸມັດ​ຜ່ານ​ສັນຍາ​ຮ່ວມ​ມື​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ​EU (PCA) ​ໂດຍ​ໄວ; ສະໜັບສະໜູນ EU ຮັບ​ຮູ້​ຫວຽດນາມ ມີ​ກົນ​ໄກ​​ເສດຖະກິດການ​ຕະຫຼາດ​ຢ່າງ​ຄົບ​ຖ້ວນ​ ​ແລະ ສຳ​ເລັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ຫວຽດນາມ - EU ​ໃນ​ປີ 2014 ໂດຍ​ໄວ.

        ສ່ວນ​ທ່ານ​ປະທານາທິບໍດີ Giorgio Napolitano ຖື​ວ່າ ຫວຽດນາມ ​ແລະ ອີ​ຕາ​ລີ ມີ​ແງ່​ຫວັງ​ຮ່ວມ​ມື​ຫຼາຍ​ຢ່າງ​ ໂດຍ​ອີງ​ໃສ່​ຄວາມ​ສາມາດ​ບົມຊ້ອນ​ຂອງ​ແຕ່ລະ​ຝ່າຍ. 2 ປະ​ເທດ​ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ຢ່າງ​ເລີກ​ເຊິ່ງ ​ແລະ ກ້ວາງ​ຂວາງ, ​ໂດຍ​ສະ​ເພາະ​ແມ່ນ​ທ່າ​ແຮງຂອງ​ແຕ່ລະ​ປະ​ເທດ. ທ່ານ​ປະທານາທິບໍດີ ອີ​ຕາ​ລີ ຊົມ​ເຊີຍ​​ເລື່ອງສະພາ​ແຫ່ງ​ຊາດ 2 ປະ​ເທດ ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ​ແລກປ່ຽນ​ບົດຮຽນ ຜ່ານ​ນັ້ນ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ດີງາມ.

ຂ່າວ/ບົດ​ອື່ນ