ການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງການພົວພັນຫວຽດນາມ - ຍີ່ປຸ່ນ

ການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງການພົວພັນຫວຽດນາມ - ຍີ່ປຸ່ນ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 28 ສິງຫາ, ຢູ່​ສູນວັດທະນະທຳ​ແຂວງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ບ່າ​ເຮ້ຍ - ວູ້​ເຕົ່າ ​ໄດ້​ຈັດ​ວັນ​ວັດທະນະທຳ​ຫວຽດນາມ - ຍີ່ປຸ່ນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 1500 ຄົນ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ ​ໂຮ່ວັນ​ນຽນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງບ່າ​ເຮ້ຍ - ວູ້​ເຕົ່າ ​ເນັ້ນ​ໜັກ​ວ່າ, ວັນ​ວັດທະນະທຳ​ຫວຽດນາມ - ຍີ່ປຸ່ນ ​ແມ່ນ​ໂອກາດ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ລະຫວ່າງປະຊາຊົນ 2 ປະທດ, ​ແມ່ນ​ໂອກາດ​ໂຄສະນາ​ວັດທະນະທຳ​ຂອງ​ຍີ່ປຸ່ນ ​ເຖິງ​ປະຊາຊົນ​ຫວຽດນາມ ກໍ່​ຄື​ປະຊາຊົນ​​ແຂວງບ່າ​ເຮ້ຍ - ວູ້​ເຕົ່າ ​ແລະ ກົງ​ກັນ​ຂ້າມ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ໄດ້​ດຳ​ເນີນ​ພິທີ​ໄຂ “ການ​ພົບ​ປະ​ແລກປ່ຽນສະ​ແດງ​ສິລະ​ປະ​ໂຮ້ຍ​ອານ - ຍີ່ປຸ່ນ”. ທ່ານ ວໍ​ຟຸ່ງ, ຫົວໜ້າ​ສູນວັດທະນະທຳ - ກິລາ​ນະຄອນ​​ໂຮ້ຍອານ, ​ແຂວງ​ກວາງ​ນາມ ​ໃຫ້​ຮູ້​ວ່າ.

        “ການຈັດ​ຕັ້ງ​ພົບ​ປະ​ແລກປ່ຽນ​ຄັ້ງ​ຕ່າງໆນີ້ ​ແມ່ນ​ເພື່ອ​ແນ​ໃສ່​ສືບ​ຕໍ່​ໂຄສະນາ​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ຈຸດ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາວ​ຍີ່ປຸ່ນ. ການ​ພົບ​ປະ​ແລກປ່ຽນ​ໄດ້​ຮັບ​ການຈັດ​ຕັ້ງ​ປີ​ລະຄັ້ງ ​ຫຼື ​ຫຼາຍ​ຄັ້ງ​ໃນ​ປີ​ໜຶ່ງ, ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນຈະ​ມີ​ການ​ປ່ຽນ​ແປງ​ໃໝ່, ຊ່ວຍ​ໃຫ້​ປະຊາຊົນ 2 ປະ​ເທດ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດທະນະທຳ​ຂອງ​ຕົນຕື່ມ​ອີກ.”

ຂ່າວ/ບົດ​ອື່ນ