ການເຄື່ອນໄຫວຕ່າງໆຂອງທ່ານປະທານປະເທດເຈືອງເຕີນຊາງຢູ່APEC2014

ການເຄື່ອນໄຫວຕ່າງໆຂອງທ່ານປະທານປະເທດເຈືອງເຕີນຊາງຢູ່APEC2014 - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ
(ພາບປະກອບ)


(vovworld) – ຕອນ​ບ່າຍ​ວັນ​ທີ 10/11, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕ​ີນ​ຊາງ ພ້ອມ​ກັບ​ການນ​ຳ​ຂອງ 12 ປະ​ເທດ​ສະ​ມາ​ຊິກ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ ປາ​ຊີ​ຟິກ (TPP) ໄດ້​ດຳ​ເນີນກອງ​ປະ​ຊຸມ​ຂັ້ນ​ສູງ​ຄັ້ງ​ທີ 5 ຢູ່ ປັກ​ກິ່ງ, ປະ​ເທດ​ຈີນ, ເນື່ອງ​ໃນ​ໂອ​ກາດ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນ​ສູງ​ຄັ້ງ​ທີ 22 ຂອງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC). ກອງ​ປະ​ຊຸມ​ສຸມ​ໃສ່​ຕີ​ລາ​ຄາ​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ໃນ​ປີ​ຜ່ານ​ມາ ແລະ ວາງ​ອອກ​ທິດ​ທາງ​ຊຸກ​ຍູ້​ຄວາມ​ມານ​ະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ການ​ເຈ​ລະ​ຈາ​ໃຫ້​ສຳ​ເລັດ​ຜົນ. ບັນ​ດາ​ການ​ນຳ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ດ້ວຍ​ບັນ​ດາ​ການ​ກຳ​ນົດ​ທິດ​ລະ​ອຽດ​ເພື່ອ​ຍູ້​ໄວ​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ລວມ​ສ້າງ​ສັນ​ຍາ​ຮອບ​ດ້ານ​ໃຫ້​ສົມ​ບູນ​ແບບ, ດູ່ນ​ດຽງ ແລະ ບັນ​ລຸມາດ​ຖານ​ສູງ, ຕ້ອງ​ຄິດ​ໄລ່​ເຖິງ​​ຄວາມ​ມີຫຼາຍ​ຮູບຫຼາຍ​ແບບ​ກ່ຽວ​ກັບ​ລະ​ດັບ​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ.  ທີ່ກອງ​ປະ​ຊຸມ, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຢື​ນ​ຢັນ​ວ່າ​: ຫວຽດ​ນາມ ຕັດ​ສິນ​ໃຈ ແລະ ພ້ອມ​ແລ້ວ​ທີ່​ມາ​ນະ​ພະ​ຍາ​ຍາມ​ພ້​ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ເພື່ອ​ບັນ​ລຸ​ໄດ້​ສັນ​ຍາ​ຮອບ​ດ້ານ​, ດູ່ນດ​ຽງ ແລະ ເພື່ອ​ການ​ພັດ​ທະ​ນາ, ສ່ອງ​ແສງ​ບັນ​ດາ​ຄວາມ​ເອົາ​ໃຈ​ໃສ່, ຜົນ​ປະ​ໂຫ​ຍດ ແລະ ການ​ພັດ​ທະ​ນາ​ແທດ​ຈິງ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ໂດຍ​ໄວ.

        ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ APEC ຄັ້ງ​ທີ 22, ວັນ​ທີ 10/11, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້ມີ​ການ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ Joko Widodo.

    ທີ່​ການ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ​ຈີນ​ ສີ​ຈີນ​ຜີງ, 2 ຝ່າຍ​ໄດ້​ແລກ​ປ່ຽນ​ຄຳ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ກ່ຽວ​ກັບ​ທິດ​ທາງ​ໃຫຍ່ ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ-ຈີນ​ເລິກ​ເຊິ່ງ​ຂຶ້ນ. ທ່ານ​ປະ​ທານ ເຈືອງ​ເຕີ້ນ​ຊາງ ສະ​ເໜີ 2 ຝ່າຍ​ຈົ່ງ​ຮັກ​ສາ​ການ​ພົບ​ປະ​ເປັນ​ປະ​ຈຳ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ລະ​ຫວ່າງ 2 ພັກ, 2 ລັດ, ເພີ່ມ​ທະ​ວີ​ບັນ​ດາ​ກົນ​ໄກ​ພົວ​ພັນ​ແລກ​ປ່ຽນ​ຮ່ວມ​ມື​ລະ​ຫວ່າງ 2 ພັກ, ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ. ກ່ຽວ​ກັບ​ບັນ​ຫາ​ຢູ່​ທະ​ເລ, ທ່ານ​ປະ​ທານ ເຈືອງ​ເຕີ້ນ​ຊາງ ເນັ້ນ​ໜັກ 2 ປະ​ເທດ​ມີຫຼັກ​ໝັ້ນແຕກ​ຕ່າງ​ກັນ​ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ສິ່ງ​ທີ່​ສຳ​ຄັນ​ກວ່າ​ໝູ່​ແມ່ນ 2 ຝ່າຍ​ຄວນ​ຜ່ານ​ການ​ເຈ​ລະ​ຈາ, ແລກ​ປ່ຽນ​ຢ່າງ​ຈິງ​ໃຈ​ບົນ​ພື້ນ​ຖານ​ຄວາມ​ຮັບ​ຮູ້​ລວມ​ ແລະ ບ​ັນ​ດາ​ສັນ​ຍາ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ພັກ, 2 ລັດ.

   ທີ່​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama , ການ​ນຳ 2 ທ່ານ​ໄດ້​ແລກ​ປ່ຽນ​ທິດ​ທາງ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ, ໃນ​ນັ້ນ ມີ​ການ​ສົມ​ທົບ​ກັນ​ດຳ​ເນີນ​ການແລກປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ກະ​ກຽມ​ຈັດ​ຕັ້ງ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ດ້ານ​ການ​ທູດ​ລະ​ຫວ່າງ 2 ປະ​ເທດ…

​ກ່ອນ​ໜ້ານັ້ນ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ກອງ​ປະຊຸມ​ສຸດ​ຍອດ​ວິ​ສາ​ຫະກິດ APEC 2014 ໄດ້ດຳ​ເນີນ​ຢູ່​ສູນ​ກອງ​ປະຊຸມ​ແຫ່ງ​ຊາດ​ຈີນ ທີ່​ປັກ​ກິ​ງ, ປະ​ເທດ​ຈີນ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ໄດ້​​ຮັບ​ເຊື້ອເຊີນ​​ເຂົ້າ​ຮ່ວມ ​ແລະ ກ່າວ​ປາ​ໄສ​ດ້ວຍ​ຖານະ​ເປັນ​ແຂກ​ພິ​ເສດ​ທີ່​ກອງ​ປະຊຸມ​​ດ້ວຍ​ຫົວ​ຂໍ້ “​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ພາກ​ພື້ນ: ​ໃຫ້​ບຸລິມະສິດ​ກ່ຽວ​ກັບ​ການ​ລົງທຶນ, ພື້ນຖານ​ໂຄງ​ລ່າງ ​ແລະ ນະ​ໂຍບາຍ”. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ, ອາຊີ - ປາຊີ​ຝິກ ພວມ​​ຢື​ນຢູ່​ຕໍ່ໜ້າ​ບັນດາ​ກາລະ​ໂອກາດ​​​ໃໝ່ ​ແລະ ໃຫຍ່​ຫຼວງ ດ້ວຍ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ແລະ ບັນດາ​ສັນຍາ​ການ​ຄ້າ​ເສລີສະ​ບັບ​ໃໝ່ຄື​: ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ພາກ​ພື້ນ​ຮອບດ້ານ (RCEP), ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຝິກ (TPP), ການ​ຮ່ວມ​ສຳ​ພັນ​ອາຊີ​ຕາ​ເວັນ​ອອກສ່ຽງ​ເໜືອ, ພັນທະ​ພາບ​ປາຊີ​ຝິກ… ທ່ານ​ປະທານ​ປະ​ເທດ ຊີ້​ແຈ້ງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ປະກອບສ່ວນຂອງ​ອາ​ຊຽນ ​ໃນ​ການ​​ລິ​ເລີ່ມ ​ແລະ ຊຸກຍູ້​ການ​ຫັນ​ການ​ຄ້າ, ການ​ລົງ​ທຶນ​ເປັນ​ເສ​ລີ ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ໃນ​ຂອບ​ເຂດ APEC ​ແລະ ຢູ່​ອາຊີ - ປາຊີ​ຝິກ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງການ​ເຊື່ອມ​ຕໍ່​ພາກ​ພື້ນ ​​ເປັນ​ເນື້ອ​ໃນທີ່​ສຳຄັນ​ຂອງ​ການ​ປ່ຽນ​ໃໝ່​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງຮອບດ້ານ​ເຊິ່ງຫວຽດນາມ ​ໄດ້ ​ແລະ ພວມ​ມານະ​ພະຍາຍາມ​ຜັນ​ຂະຫຍາຍ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​ບັນດາ​ວິ​ສາ​ຫະກິດສືບ​ຕໍ່​ຮ່ວມ​ເດີນ​ທາງ ​ແລະ ໜູນ​ຊ່ວຍ​ຫວຽ​ດນາມ ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ພິ​ເສດ​ແມ່ນ​​ແຫຼ່ງທຶນ, ​ເຕັກ​ໂນ​ໂລ​ຊີ ​ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາ​ດ. ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​​ເຖິງບັນດາ​ບຸລິມະສິດ​​ໃນ​ ປະຈຸ​ບັນ​ຂອງ​ຫວຽດນາມ ​ແມ່ນກໍ່ສ້າງ​ບັນດາ​ແລວ​ເສດຖະກິດຕາ​ເວັນ​ອອກ - ຕາ​ເວັນ​ຕົກ ຂອງ​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ເປີດ​ກວ້າງ ​ແລະ ​ເຂດ 3 ຫຼ່ຽມພັດທະນາ​ກຳປູ​ເຈຍ - ລາວ - ຫວຽດນາມ, ​ແລວ​ເສດຖະກິດ​ທາງ​ພາກ​ໃຕ້ ​ແລະ ​ແລ້ວ​ເສດຖະກິດ​​ເໜືອ - ​​ໃຕ້, ພື້ນຖານ​ໂຄງ​ລ່າງ​ທ່າ​ກໍ່າ​ປັ່ນ, ບັນດາ​ເຂດ, ສະຖານ​ທີ່​ທ່ອງ​ທ່ຽວ​, ​ເຂດ​ເສດຖະກິດ, ​ເຂດ​ອຸ​ດສາ​ຫະກຳ ​ແລະ ​ເຂດ​ເສດຖະກິດ​ດ່ານ​ຊາຍ​ແດນ.

        

ຂ່າວ/ບົດ​ອື່ນ