ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 70 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 70 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ - ảnh 1
ສະ​ເຫຼີມສະ​ຫຼອງ 70 ປີ​ແຫ່ງວັນ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່​​ຕ້ານ
(ພາບ​ປະ​ກອບ: hanoimoi.com.vn)

(vovworld) - ​ວັນ​ທີ 19/12, ເຊິ່ງ​ແມ່ນ​ວັນ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງວັນ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່​​ຕ້ານ (19/12/1946 – 19/12/2016). ບັນ​ດາ​ໜັງ​ສື​ພິມ​ຂອງ​ຫວຽດ​ນາມ ສະ​ບັບ​ອອກວັນ​ທີ 19/12 ໄດ້​ພິມ​ຂ່າວ/ບົດ ກ່ຽວ​ກັບ​ເຫດ​ການ​ປະ​ຫວັດ​ສາດ​ສຳ​ຄັນ​ນີ້. ບົດ​ນຳ​ທີ່​ມີ​ຫົວ​ຂໍ້​ວ່າ “​ສືບ​ຕໍ່​ປະ​ດິດ​ແຕ່ງ​ບົດ​ເພງ​ໄຊ” ໃນ​ໜັງ​ສື​ພິມ​ເຍີ​ນ​ເຢີນ (​ສຽງ​ຂອງ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ) ຢືນ​ຢັນ​ວ່າ, ບັນ​ດາ​ບົດ​ຮຽນ​ຈາກ​ການ​ຕໍ່​ຕ້ານ​ທົ່ວ​ປະ​ເ​ທດ​, ໃນ​ເງື່ອນ​ໄຂ​ສັນ​ຕິ​ພາບ, ບໍ່​ມີ​ຍາມ​ເກົ່າ​ແກ່, ​ໄດ​້ບອກ​ສອນ​ໃຫ້​ພວກ​ເຮົາ​​ຍາມ​ໃດ​ກໍ່ຕ້ອງ​ມີ​ຄວາມ​ລະ​ມັດ​ລະ​ວັງ, ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ເສດ​ຖະ​ກິດ​, ດ້ານ​ປ້ອງ​ກັນ​ຊາດ, ທີ່​ຕັ້ງ​ທາງ​ການ​ທູດ​ຂອງ​ປະ​ເທດ​ຊາດຢ່າງບໍ່​ຢຸ​ດຢັ້ງ.

        ໜັງ​ສື​ພິມ ກວນ​ໂດ​້ຍ​ເຍີນ​ເຢີນ (ສຽງ​ຂອງກອງ​ທັບ​ປະ​ຊາ​ຊົນຫວຽດ​ນາມ) ມີ​ບົດ​ນຳ​ທີ່​ວ່າ “ເສີມ​ຂະ​ຫຍາຍ​​ນ້ຳ​ໃຈ​ທ​ົ່ວ​​ປະ​ເທດ​ທຳ​ການ​ຕໍ່​ຕ້ານ, ສືບ​ຕໍ່​ລະ​ດົມ​ກຳ​ລັງ​ແຮງ​ທົ່ວ​ປວ​ງ​ຊົນ​ທັງ​ຊາດເພື່ອ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ”. ບົດ​ນຳ​ໄດ້​ເນັ້ນ​ໜັກ​​ເຖິງເຫດ​ການ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່​ສູ້ ເຖິງວ່າ​ມັນ​ໄດ້​ກ້າວ​ເຂົ້າ​ສູ່ປະ​ຫວັດ​ສາດ​ແລ້ວກໍ​ຕາມ, ແຕ່ນັ້ນ​ແມ່ນ​ພຶດ​ຕິ​ກຳ​ຕົວ​ຈິງຂອງ​ລັດ​ທິ​ວິ​ລະ​ຊົນ​ປະ​ຕິ​ວັດ​ຫວຽດ​ນາມ, ສະ​ແດງ​ໃຫ້​ເຫັນ​ເຈດ​ຈຳ​ນົງ​ເອ​ກະ​ລາດ, ເສ​ລີ​ພາບ, ຂອງ​ນ​້ຳ​ໃຈ​ເຄົາ​ລົບ​ຊາດ​ຕໍ່​ໄພຮຸກ​ຮານ.

        ວັ​ດ​ເຈີ່ມ, ຕາ​ແສງ ຟຸ້ງ​ເຈົາ, ເມືອງ ເຈືອງ​ມີ້, ນະ​ຄອນ​ຮ່າ​ໂນ້ຍ, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ອົບ​ພະ​ຍົບ​ແຫ່ງ​ທຳ​ອິດ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ (VOV) ເພື່ອ​ສ​ືບ​ຕໍ່​ປະ​ຕິ​ບັດ​ວຽກ​ງານ​ກະ​ຈາຍ​ສຽງ ໃນ​​ການ​ຕໍ່​ຕ້ານຕ້ານ​ລ່າ​ເມ​ືອງ​ຂຶ້ນ​ຝ​ລັ່ງ. ຕອນ​ເຊົ້າ​ວັນ​ທີ 20/12/1946, ຢູ່​ທີ່ນ​ີ້ VOV ໄດ້​ກະ​ຈາ​ຍ​ສຽງ​ຄຳ​ຮ​ຽກ​ຮ້ອງ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່​ຕ້ານ​ຂອງ​ປະ​ທານ​ໂຮ່​ຈິ​ມິນ.

        ໃນ​ຊຸມມື້ນີ້​​ອະ​ນຸ​ສອນ​ສະ​ຖານ​ປະ​ທານ​ໂຮ່​ຈິ​ມິນ ຢູ່​ບ້ານ​ວ້ານ​ຟຸ໋ກ, ເມືອງ ຮ່າ​ດົງ, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ປະ​ທານ​ໂຮ່​ຈິ​ມິນ ຂຽນ​ຄຳ​ຮຽກ​ຮ້ອງ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່​ຕ້ານ ກ່ອນນ​ີ້ 70 ປີ, ໄດ້​ຕ້ອນ​ຮັບ​ແຂກມາ​ຢ້ຽມ​ຢາມ​ຫຼາຍ​ຄະ​ນະ. ເພື່ອນ ໂງ​ຫາຍ​​ນິງ, ນັກ​ສຶກ​ສາ​ສະ​ຖາ​ບັນ​ໂຄ​ສະ​ນາ​ສື່ມວນ​ຊົນ ແບ່ງ​ປັ​ນ​ວ່າ.

        “ເມື່ອ​ໄດ້​ມາ​ຢ້ຽມ​ຢາມອ​ະ​ນຸ​ສອນ​ສະ​ຖານ, ​ແຫ່ງ​​ທີ່ປະ​ທານ​ໂຮ່​ຈິ​ມິນ ຂຽນ​ຄຳ​ຮຽກ​ຮ້ອງ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່​ຕ້ານ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ​ມີ​ຄວາມ​ໝາຍ​​ທີ່​ສຸດ. ຄຳ​ຮຽກ​ຮ້ອງ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ບໍ່​ພຽງ​ແຕ່​ມີ​ຄຸນ​ຄ່າ​ສຳ​ລັບ​ຊາວ​ໜຸ່ມ​​ໃນ​ຄາວນັ້ນ​ລຸກ​ຮື້​ຂຶ້ນ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດເທົ່າ​ນັ້ນ, ຫາກ​ມາ​ຮອດ​ປະ​ຈຸ​ບັນ​ຍັງ​ມີ​ຄຸນ​ຄ່າ​ຮຽກ​ຮ້ອງ​​ໃຫ້ໄວ​ໜຸ່ມ​ສ້າງ​ສາ​ປະ​ເທດ​ຊາດ​ອີກ​ດ້ວຍ”.

ຂ່າວ/ບົດ​ອື່ນ