ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ125ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ125ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ - ảnh 1
​ລັດ​ຖະ​ມົນ​ຕີ​ວ່າ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລ​ະ ສື່​ສານ ຫງວຽນ​ບັກ​
ຊອນ ມອບ​ຂອງ​ຂວັນ​ໃຫ້​ຄະ​ນະ​ຄຸ້ມ​ຄອງ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ
ATK

(vovworld) – ​ ​ຕອນ​ຄ່ຳ​ວັນ​ທີ 14/5, ຢູ່​ນະ​ຄອນ ທ໋າຍງວຽນ, ແຂວງ ທ໋າຍງວຽນ, ຄະ​ນະ​ພັກ, ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ທ໋າຍງວຽນ ໄດ້​ຈັດ​ຕັ້ງ​ລາ​ຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ​ດ້ວຍ​ຫົວ​ຂໍ້​ວ່າ “ດອກ​ໄມ້​ຖະ​ຫວາຍ​ລຸງ​ໂຮ່. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ ແລະ ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ອະ​ນຸ​ສອນ​ສະ​ຖານ​ປະ​ທານ ໂຮ່​ຈີ​ມິນ ທີ່ຂຶ້​ນ​ກັບ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ATK ດິ້ງ​ຮ່​ວາ. ເຂົ້າ​ຮ່ວມ​ລາຍ​ການ​ມີ​ລັດ​ຖະ​ມົນ​ຕີ​ວ່າ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລ​ະ ສື່​ສານ ຫງວຽນ​ບັກ​ຊອນ, ຜູ້​ຕາງ​ໜ້າ​ການ​ນຳ​ບາງ​ແຂວງ​​ໃກ້​ຄຽງ, ການ​ນຳ​ແຂວງ ທ໋າຍງວຽນ ແລະ ປະ​ຊາ​ຊົນ​ໃນ​ບໍ​ລິ​ເວນ​ແຂວງ​ເປັນ​ຈຳ​ນວນຫຼາຍ.

        ກ່ອນ​ໜ້ານັ້ນ, ວັນ​ທີ 13/5, ວາ​ລະ​ສານ​ສັງ​ລວມ​ ອາ​ເມ​ລິ​ກາ ລາ​ຕີງ ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອັກ​ຊັງ​ຕີນ ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີ​ດ​ປະ​ທານ ໂຮ່​ຈີ​ມິນ (19/5/1890 – 19/5/2015), ຢູ່​ສຳ​ນັກ​ງານ​ສະ​ມາ​ຄົມ​ຜູ້​ອອກແຮງ​ງານ ອັກ​ຊັງ​ຕີນ. ນະ​ທີ່ນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອັກ​ຊັງ​ຕີນ ຫງວຽນ​ດິ່ງ​ທາວ ຢັ້ງ​ຢືນ​ວ່າ: ພາຍຫຼັງ 40 ປີ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ແນວ​ຄິດ​ກ່ຽວ​ກັບ​ເອ​ກະ​ລາດ, ເສ​ລີ​ພາບ​ຂອງ ປະ​ທານ ໂຮ່​ຈີ​ມິນ ຍັງ​ສືບ​ຕໍ່​ເຍືອງ​​ທາງແຫ່ງ​ການ​ສ້າງ​ສາ, ພັດ​ທະ​ນາ ແລະ ຫັນ ຫວຽດ​ນາມ ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ. ເນື່ອງ​ໃນ​ອ​ກາດນີ້, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ໄດ້​ຮັບ​ຊົມ​ຟິມ​ຮູບ​ເງົາ​ກ່ຽວ​ກັບ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ປະ​ທານ ໂຮ່​ຈີ​ມິນ.


ຂ່າວ/ບົດ​ອື່ນ