ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ92ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2017), ຕອນບ່າຍວັນທີ 15 ມິຖຸນາ, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຮ່ວາງຈູງຫາຍ ໄດ້ໄປຢ້ຽມຢາມ ແລະ ອວຍພອນພະນັກງານ, ນັກຂ່າວ, ບັນນາທິການ, ພາລະກອນ, ລັດຖະກອນສຳນັກຂ່າວສານຫວຽດນາມ.
ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ92ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ - ảnh 1 (ພາບປະກອບ: TTXVN)

ນະທີ່ນີ້, ທ່ານ ເລຂາຄະນະພັກນະຄອນຮ່າໂນ້ຍ ຮ່ວາງຈູງຫາຍ ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ສຳນັກຂ່າວສານຫວຽດນາມ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອ, ສ້າງໝູ່ຄະນະສາມັກຄີ, ຖັນແຖວພະນັກງານ, ນັກຂ່າວມີຄຸນນະທາດດ້ານການເມືອງຢ່າງໝັ້ນຄົງ, ມີຄວາມເກັ່ງກ້າດ້ານວິຊາສະເພາະ, ເປັນເຈົ້າການສື່ສານທີ່ທັນສະໄໝ…

        ແລະກໍ່ໃນຕອນບ່າຍວັນທີ 15 ມິຖຸນາ, ຄະນະພັກກຸ່ມບັນດາອົງການສູນກາງ ໄດ້ມອບຫຼຽນກາທີ່ລະນຶກ “ເພື່ອພາລະກິດກໍ່ສ້າງພັກກຸ່ມບັນດາອົງການສູນກາງ” ໃຫ້ທ່ານ ທ້ວນຫິ້ວ, ບັນນາທິການໃຫຍ່ໜັງສືພິມ ເຍີນເຍີນ (ສຽງຂອງສູນກາງພັກກອມມູນິດຫວຽດນາມ) ແລະ ທ່ານ ຮ່າດັງ, ອະດີດບັນນາທິການໃຫຍ່ໜັງສື່ພິມ ເຍີນເຍີນ (ສຽງຂອງສູນກາງພັກກອມມູນິດຫວຽດນາມ)  ແລະ ພົບປະກັບອົງການສື່ມວນຊົນ.

        ແລະກໍ່ໃນວັນດຽວກັນ, ສະມາຄົມນັກຂ່າວແຂວງຫາຍເຢືອງ ແລະ ສະມາຄົມນັກຂ່າວແຂວງ ທ໋າຍງວຽນ ກໍ່ໄດ້ຈັດພິທີສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ