ການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ8/3

ການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ8/3 - ảnh 1
ພາບປະກອບ

(vovworld) - ວັນ​ທີ 4/3, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ຮ່ວາງ​ຈູງ​ຫາຍ ​ໄດ້​ເຮັດ​ວຽກ​ກັບ​ສະຫະພັນ​ແມ່ຍິງ ຮ່າ​ໂນ້ຍ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບ​ປະ​ສັງ​ສັນ​ພະນັກງານ​ຍິງ​ທີ່​ເປັນ​ແກ່ນສານ​ຂອງ​ນະຄອນ. ທີ່​ກອງ​ປະຊຸມ, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ຮ່ວາງ​ຈູງ​ຫາຍ​ ໄດ້​ສົ່ງ​ພອນ​ໄຊ​ອັນ​ປະ​ເສີດທີ່​ສຸດ​ເຖິງ​ຜູ້ຕາງໜ້າ​ແມ່ຍິງ​ນະຄອນຫຼວງ​ເນື່ອງ​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ​ທີ 8/3, ພ້ອມ​ທັງ​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ສະຫະພັນ​ແມ່ຍິງ​ນະຄອນ ​ແລະ ສະຫະພັນ​ແມ່ຍິງ​ທຸກ​ຂັ້ນ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ຮ່ວາງ​ຈູງ​ຫາຍ ຫວັງ​ວ່າ, ສະຫະ​ພັນ​ແມ່ຍິງ​ນະຄອນ​ຈະ​ສຸມ​ໃສ່​ເຂົ້າ​ວຽກ​ງານ​ຊີ້​ນຳ, ນຳພາ​​ໃນ​ການຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ແມ່ຍິງ​ທຸກ​ຂັ້ນ​ໃຫ້​ສຳ​ເລັດ​ຜົນ, ຮັບປະກັນ​ນຳ້​ໃຈ​ສາມັກຄີ, ປະຊາທິປະ​ໄຕ, ​ສົມ​ກຽດ, ແທດ​ຈິງ, ຖືກ​ກັບ​ເນື້ອ​ໃນ, ຂັ້ນ​ຕອນ ​ແລະ ຄວາມ​ຄືບ​ໜ້າ​ທີ່​ໄດ້​ກຳນົດ.

        ​ແລະ​ກໍ່​ໃນ​ວັນ​ທີ  4/3, ຢູ່​ດ່າ​ນັ້ງ, ສະຫະພັນ​ແມ່ຍິງ​ນະຄອນ​ ດ່າ​ນັ້ງ ​ໄດ້​ຈັດ​ຕັ້ງ​ພິທີ “ມອບ​ລາງວັນ​​ໃຫ້ສາຂາ​ສະ​ມາ​ຄົມ​ແມ່ຍິງ​ທີ່​ດີ​ເດັ່ນ“ ປີ 2015​ແລະ ປຸກລະດົມ​ການ​ແຂ່ງຂັນ​ປີ 2016, ຄຳ່​ນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່​ແມ່ຍິງ​ທຸກ​ຂັ້ນ, ອາຍຸ​ການ 2016-2021, ​ແລະ​ກໍ່​ໃນ​ໂອກາດ​ນີ້ ສະຫະພັນ​ແມ່ຍິງ​ນະຄອນ​ດ່າ​ນັ້ງ ກໍ່​ປຸກລະດົມ​ການ​ແຂ່ງຂັນ “ກໍ່ສ້າງ, ສ້ອມ​ແປງ​ເຮືອນ 100 ຫຼັງ​ໃຫ້​ແກ່​ຄອບຄົວ​ແມ່ຍິງ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.“

        ງານ​ບຸນ​ເສື້ອ​ຍາວ​ດ້ວຍ​ຫົວ​ຂໍ້​ວ່າ “​ເສື້ອ​ຍາວ​ຂອງ​ພວກ​ເຮົາ“ ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 4/3 ຢູ່ ວັນ​ມ໋ຽວກວົກຕືຢາມ, ​ເຊິ່ງ​ແມ່ນ​ມະຫາວິທະຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ ​ຫວຽດນາມ ຢູ່ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ງານ​ບຸນ​ປີ​ນີ້​ມີ​ບັນດາ “ນາງ​ແບບ​ພິ​ເສດ“, ນັ້ນ​ແມ່ນ​ບັນດາ​ເດັກນ້ອຍ, ຄົນ​ພິການ​ຂອງ​ສູນ​ມານະ​ຈິດ​ແຫ່ງຊີວິດ; ບັນດາ​ທ່ານ​ເອກ​ອັກຄະ​ລັດຖະທູດ, ອັກຄະ​ລັດຖະທູດ, ​ແລະ ພັນ​ລະຍາ​ເອກ​ອັກຄະ​ລັດຖະທູດ​ປະ​ເທດ​ຕ່າງໆ; ພ້ອມ​ກັບ​ບັນດາ​ນັກ​ສີລະປິນ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ. ນັກ​ອອກ​ແບບ ມິ​ງ​ແຮ້ງ, ຜູ້​ກຳກັບ​ລາຍການສະ​ແດງ​ໃນ​ງານ​ບຸນ​ເສື້ອ​ຍາວ​ປີ 2016, ​ແບ່ງປັນ​ວ່າ:

        “ມັນ​ຖືກ​ກັບ​ຫົວ​ຂໍ້​ຂອງ​ງານ​ບຸນ “​ເສື້ອ​ຍາວ​ຂອງ​ພວກ​ເຮົາ“ໝາຍ​ຄວາມ​ວ່າ​​ເສື້ອ​ຍາວ​ບໍ່​ມີ​ພົມ​ແດນ. ​ແຕ່​ສິ່ງ​ທີ່​ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາທີ່​ສຸດ​ນັ້ນ​ແມ່ນບັນດາ​ຄຸນຄ່າ​ໃໝ່​ຂອງ​ເສື້ອ​ຍາວ, ​ເຖິງ​ວ່າ​ຈະ​ແມ່ນ​ຄົນ​ຄື​ແນວ​ໃດ, ​ເປັນ​ຄົນ​ຕູ້ຍ, ຈ່ອຍ, ຄົນ​ໃຫຍ່, ຄົນ​ນ້ອຍ, ຊຳ້​ບໍ່​ໜຳ​ແມ່ນ​ຄົນ​ພິການ​, ເມື່ອ​ນຸ່ງຊຸດ​ເສື້ອ​ຍາວ​ກໍ່​ຮູ້ສຶກສະບາຍ, ພໍ​ໃຈ ​ແລະ ​ເອກອ້າງ​ທະ​ນົງ​ໃຈ. ນັ້ນ​ແມ່ນ​ສິ່ງ​ທີ່​ພວກ​ຂ້າພະ​ເຈົ້າ​ພວມ​ມຸ່ງ​ໄປ​ເຖິງ​ບໍ່​ພຽງ​ແຕ່​ໃນ​ປີ​ນີ້, ຫາກ​ໃນ​ພາຍ​ພາກ​ໜ້າ​ອີກ​ດ້ວຍ“.

       


ຂ່າວ/ບົດ​ອື່ນ