ການເຄື່ອນໄຫວທີ່ອຸດົມສົມບູນຕ່າງໆສະຫງວນໃຫ້ລຸ້ນໜຸ່ມຊາວຫວຽດນາມອາໄສຢູ່ຕ່າງປະເທດໃນຄ້າຍພັກແລ້ງຫວຽດນາມປີ2015
ພາບປະກອບ |
(vovworld) - ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ (ຂຶ້ນກັບກະຊວງການຕ່າງປະເທດ) ໃຫ້ຮູ້ວ່າ: ຄ້າຍພັກແລ້ງ ຫວຽດນາມ ປີ 2015 ດ້ວຍຫົວຂໍ້ວ່າ “ເອກອ້າງທະນົງໃຈ ຫວຽດນາມ” ຈະດຳເນີນໄປແຕ່ວັນທີ 13 – 31/7/2015 ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ. ຄ້າຍພັກແລ້ງມີການເຄື່ອນໄຫວອຸດົມສົມບູນຫຼາຍຢ່າງ, ມີປະໂຫຍດໃນການຮ່ຳຮຽນ, ເຮັດວຽກ ແລະ ປະກອບສ່ວນໃຫ້ແກ່ຂະບວນການສ້າງປະຊາຄົມ, ອວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ. ມາຮອດປະຈຸບັນ, ມີຜູ້ແທນແມ່ນຊາວໜຸ່ມ, ນັກສຶກສາເຂົ້າຮ່ວມຄ້າຍພັກແລ້ງແມ່ນກ່ວາ 160 ຄົນທີ່ກັບມາຈາກ 21 ປະເທດ, ເຂດແຄ້ວນໃນໂລກ. ພິທີໄຂຄ້າຍພັກແລ້ງ ຫວຽດນາມ 2015 ຈະຈັດຕັ້ງໃນວັນທີ 16/7, ຢູ່ຮ່າໂນ້ຍ. ໃນໄລຍະດຳເນີນຄ້າຍພັກແລ້ງ ຫວຽດນາມ 2015, ບັນດາຊາວໜຸ່ມ - ນັກສຶກສາເຊິ່ງແມ່ນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຈະເຂົ້າຮ່ວມການເຄື່ອນໄຫວຕ່າງໆຄື: ເຂົ້າສຸສານອາໄລຫາປະທານ ໂຮ່ຈີມິນ, ຢ້ຽມຢາມວິຫານ ຮູ່ງ ແລະ ວິຫານ ລາກລອງກວນ, ຫໍພິພິຕະພັນປະຫວັດກອງທັບ ຫວຽດນາມ, ເຂົ້າຢ້ຽມສຸສານພົນເອກ ຫວໍງວຽນຢາບ, ອາໄລຫາສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ… ພ້ອມກັບບັນດາທັດສະນີຍະພາບຂອງປະເທດຊາດ.