ການເຄື່ອນໄຫວບໍລິຈາກເລືອດປີ 2018 ຢູ່ແຂວງດັກລັກ

(VOVWORLD) -ພາຍໃນສອງວັນຄື ແຕ່ວັນທີ 21 ຫາ 23 ມິຖຸນາ, ຄະນະຈັດຕັ້ງການຄື່ອນໄຫວບໍລິຈາກເລືອດສູນກາງ ໄດ້ຮັບການບໍລິຈາກເລືອດ 1.644 ຖົງ ຢູ່ວັນບຸນ “ບໍລິຈາກເລືອດໄຕງວຽນ”, ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ ບວນມາທວດ ແລະ ເມືອງເອຊຸບ, ແຂວງດັກລັກ.

ການເຄື່ອນໄຫວບໍລິຈາກເລືອດປີ 2018 ຢູ່ແຂວງດັກລັກ - ảnh 1 ການເຄື່ອນໄຫວບໍລິຈາກເລືອດຢູ່ແຂວງດັກລັກ

(ພາບ: TTXVN)

ນີ້ແມ່ນປີທີ 5, ການເຄື່ອນໄຫວບໍລິຈາກເລືອດໄດ້ຈັດຂຶ້ນຢູ່ແຂວງດັກລັກ. ການເຄື່ອນໄຫວດັ່ງກ່າວໄດ້ສ້າງພະລັງຊີວິດໃໝ່ໃຫ້ແກ່ຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ດຶງດູດ ປະຊາຊົນທຸກຊັ້ນວັນນະ, ພີ່ນ້ອງບັນດາເຜົ່າ ຄື ກິງ, ເອເດ, ເມີນົງ, ຜູ້ໄທ, ໄຕ, ນຸ່ງ … ຢູ່ໃນໄວອາຍຸຕ່າງກັນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ການເຄື່ອນໄຫວໄດ້ແຜ່ຂະຫຍາຍໄປຍັງເຂດຫ່າງໄກສອກຫຼີກ, ບັນດາຕາແສງຂອງເມືອງເອຊຸບ, ດຶງດູດຈຳນວນຜູ້ເຂົ້າຮ່ວມການບໍລິຈາກເລືອດລື່ນກາຍຄາດໝາຍ.

        ລາຍການບໍລິຈາກເລືອດປີ 2018 ດ້ວຍສານທີ່ວ່າ “ເຊື່ອມຕໍ່ສາຍເລືອດຫວຽດນາມ” ດຳເນີນແຕ່ວັນທີ 13 – 14 ກໍລະກົດ ຢູ່ 26 ແຂວງ,  ນະຄອນໃນທົ່ວປະເທດ, ຄາດວ່າ ຈະໄດ້ຮັບເລືອດບໍລິຈາກໜ້ອຍສຸດແມ່ນປະມານ 30.000 ຖົງ.

ຕອບກັບ

ຂ່າວ/ບົດ​ອື່ນ