ການເຄື່ອນໄຫວຢູ່ໝູ່ເກາະເຈື່ອງຊາຂອງຫວຽດນາມ ໂດຍບໍ່ໄດ້ຮັບການອະນຸຍາດຈາກຫວຽດນາມ ລ້ວນແລ້ວແຕ່ແມ່ນສິ່ງທີ່ບໍ່ມີຄຸນຄ່າ

(VOVWORLD) - ວັນທີ 27 ສິງຫາ, ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວກັບເລື່ອງ ຫວ່າງແລ້ວນີ້ ຟິລີບປີນ ຕັ້ງຊື່ໃຫ້ ຫາດຊາຍ 4 ແຫ່ງ ແລະ ດອນຫີນປາກະລັງ 2 ແຫ່ງ ອ້ອມແອ້ມ ເກາະ ທິຕື ຂຶ້ນກັບ ໝູ່ເກາະຮ່ວາງຊາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມຊີ້ແຈ້ງວ່າ:

ການເຄື່ອນໄຫວຢູ່ໝູ່ເກາະເຈື່ອງຊາຂອງຫວຽດນາມ ໂດຍບໍ່ໄດ້ຮັບການອະນຸຍາດຈາກຫວຽດນາມ ລ້ວນແລ້ວແຕ່ແມ່ນສິ່ງທີ່ບໍ່ມີຄຸນຄ່າ - ảnh 1 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ

ພາບ:TTXVN

“ບໍ່ວ່າການເຄື່ອນໄຫວໃດຢູ່ເຂດໝູ່ເກາະເຈື່ອງຊາ ຂອງຫວຽດນາມ ໂດຍບໍ່ໄດ້ຮັບການອະນຸຍາດຈາກ ຫວຽດນາມ ລ້ວນແລ້ວແຕ່ເປັນສິ່ງບໍ່ມີຄຸນຄ່າຢ່າງເດັດຂາດ.ທັດສະນະສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ນັ້ນແມ່ນ ທຸກການເຄື່ອນໄຫວຂອງບັນດາຝ່າຍຢູ່ທະເລຕາເວັນອອກ ຕ້ອງປະຕິບັດຕາມກົດໝາຍສາກົນ, ເຄົາລົບອະທິປະໄຕ, ອຳນາດອະທິປະໄຕ, ອຳນາດສານຂອງບັນດາປະເທດໄດ້ຮັບການກຳນົດເໝາະສົມກັບສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ສອດຄ່ອງກັບເນື້ອໃນຈິດໃຈຂອງຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ,ສະຖຽນລະພາບ, ຄວາມໝັ້ນຄົງຢູ່ ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ