ການເຄື່ອນໄຫວວັດທະນະທຳຕ່າງໆເພື່ອສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຟີລິບປິນ

ການເຄື່ອນໄຫວວັດທະນະທຳຕ່າງໆເພື່ອສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຟີລິບປິນ - ảnh 1
ພາບປະກອບ

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູ​ດ ຫວຽດນາມ - ຟີ​ລິບ​ປິນ (12/7/1976 – 12/7/2016). ຢູ່​ສູນ​ຈັດ​ຕັ້ງ​ການສະ​ແດງ​ສິລະ​ປະ (ກົມ​ສິລະ​ປະກຳ​) ​ໄດ້​ຈັດ​ຕັ້ງ​ລາຍການ​ສະ​ແດງ​ສິລະ​ປະ​ໃນ​ຂອບ​ເຂດ “ຊຸມ​ວັນ​ວັດທະນະທຳ ຟີ​ລິບ​ປິນ ຢູ່ ຫວຽດນາມ ປີ 2016”. ລາຍການ​ສະ​ແດງ​ສິລະປະ​ໄດ້​ຈັດ​ຕັ້ງ​ໃນ​ຕອນ​ຄ່ຳ​ວັນ​ທີ 17/8 ຢູ່​ໂຮງ​ລະຄອນ​ໃຫຍ່ ຮ່າ​ໂນ້ຍ ​ແລະ ຕອນ​ຄ່ຳ​ວັນ​ທີ 18/8 ຢູ່​ໂຮງ​ລະຄອນ ລາມ​ເຊີນ, ນະຄອນ ​ແທງ​ຮ໋ວາ. ບັນດາ​ນັກ​ສີ​ລະ​ປິນ ຟີ​ລິບ​ປິນ ​ໄດ້ສະ​ແດງ​ການ​ເສບເຄື່ອງ​ດົນຕີ​ຕ່າງຄື: Violon, piano, guitar, cello ​ແລະ ຂຸ່ຍ.

        ​ເນື່ອງ​ໃນ​ໂອກາດ​ນີ້, ກໍ່​ມີ​ງານ​ວາງສະ​ແດງ “ມູນ​ເຊື້​ອ ​ແລະ ປະຈຸ​ບັນ: ບັນດາ​ຜະລິດ​ຕະພັນ​ທີ່​ເປັນ​ປະ​ເພນີ​ຂອງ​ຊາວ ຟີ​ລິບ​ປິນ” ຢູ່​ສູນ​ວາງສະ​ແດງ​ວັດທະນະທຳ​ສິລະ​ປະ ຫວຽດນາມ, ທີ່​ຮ່າ​ໂນ້ຍ.

                                                                  


ຂ່າວ/ບົດ​ອື່ນ