ການເຄື່ອນໄຫວສະ ເຫຼີມສະຫຼອງ 67 ປີແຫ່ງວັນຊາດ ຫວຽດນາມ ທີ 2/9 ຢູ່ຕ່າງປະເທດ

ການເຄື່ອນໄຫວສະ ເຫຼີມສະຫຼອງ 67 ປີແຫ່ງວັນຊາດ ຫວຽດນາມ ທີ 2/9 ຢູ່ຕ່າງປະເທດ - ảnh 1
ແຂກເຂົ້າຮ່ວມພິທີສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນການ​ປະຕິວັດ ​
ແລະ ວັນຊາດ​ຫວຽດນາມ ທີ 2/9 ຢູ່ຈີນ
(ພາບ: VGP )


(vovworld) -     ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນການ​ປະຕິວັດ ​ແລະ ວັນຊາດ​ຫວຽດນາມ ທີ 2/9 ​ແລະ 43 ປີ​ແຫ່ງ​ວັນ​ເຖິງ​​ແກ່ມໍລະນະ​ກຳຂອງປະທານ​ໂຮ່ຈິ​ມິນ, ວັນ​ທີ 1/9, ສະຖານທູດ​ຫວຽ​ດນາມ ປະຈຳ Venezuela ​ໄດ້​ຈັດ​ພິທີ​ຖະຫວາຍ​ດອກ​​ໄມ້​ຢູ່​ອານຸສາ​ວະລີ​​ໂຮ່ຈີ​ມິນ ຢູ່​ທາງ​ຫຼວງ Bolivia ທີ່ນະຄອນ​ຫຼວງ Caracas ​ແລະ ​ເປີດ​ສະຫຼອງ​ເຂດ​ສັກສິດ​ຮ້ານບູຊາ​ປະ​ເທດ​ຊາດ ​ໃນ​ບໍລິ​ເວນ​ສວນ​ຂອງສະຖານທູດ. ກ່າວ​ຄຳ​ເຫັນ​ທີ່​ພິທີ່, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽ​ດນາມ ປະຈຳ Venezuela Ngo Tien Dung ​ໄດ້​ຮຽກຮ້ອງ​ຊາວ​ຫວຽດນາມ ປະຈຳ Venezuela ອວາຍ​ໜ້າ​ເມື່ອ​ຫາ​ປະ​ເທດ​ຊາດ​ຫຼາຍ​ກວ່າ ກໍ​ຄື​ຄວາມຄວາມ​ສາມັກ​ຄີ, ຮ່ວມ​ມື​ເພື່ອ​ສຳ​ເລັດທຸກ​ໜ້າ​ທີ່ ທີ່​ໄດ້ຮັບ​ມອບ​ໝາ​ຍ ​ແລະ ຍາມ​ໃດ​ກໍ​ສູ້​ຊົນ, ຝຶກ​ຝົນ​ຫຼໍ່​ຫຼອມ, ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈີ​ມິນ. ວັນ​ທີ 2/9, ສະຖານທູດ​ຫວຽດນາມ ປະ​ຈຳ ອາ​ຟະ​ລິ​ກາ​ໃຕ້ ​ໄດ້​ຈັດພິທີສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນຊາດ​ ສ.ສ ຫວຽດນາມ. ທ່ານເອກ​ອັກຄະ​ລັດຖະທູດ​ຫວຽ​ດນາມ ປະຈຳ ອາ​ຟະ​ລິ​ກາ​ໃຕ້ Nguyen Manh Hung ​ໄດ້​ຢືນຢັນ​ວ່າ ​ຊາວ​ຫວຽດນາມ ອາ​ໄສຢູ່​ຕ່າງປະ​ເທດ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່ບໍ່​ອາດ​ຕັດ​ແຍກ​ອອກ​ໄດ້​ຈາກ​ຊາດ​​ຫວຽດນາມ ​ແລະ ພວມ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ ຫວຽດນາມ ​ໃຫ້​ຮັ່ງມີ, ​ເຂັ້ມ​ແຂວງ, ປະຊາທິປະ​ໄຕ, ຍຸດຕິ​ທຳ ​ແລະ ສີວິ​ໄລ; ​ເພີ່ມ​ທະວີ ​ແລະ ປັບປຸງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຫວຽດນາມ ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ.

ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຢູ່​ເຂດ​ປົກ​ຄອງ​ພິ​ເສດ ມາ​ກາວ, ປະ​ເທດ​ຈີນ ກົງ​ສູນ​ໃຫຍ່​ຫວຽດນາມ ປະຈຳ ຮົ່ງກົງ ​ແລະ ມາ​ກາວ ​ໄດ້​ຈັດພິທີສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນຊາດ​ ສ.ສ ຫວຽດນາມ. ທ່ານ​ນາງຫົວໜ້າ​ກົງ​ສູນ​ໃຫຍ່​ຫວຽດນາມ ປະຈຳຮົ່ງກົງ ​ແລະ ມາ​ກາວ Nguyen Thi Nha ​ເຊື່ອ​ໝັ້ນ​ວ່າ ​ຊາວ​ຫວຽດນາມ ອາ​ໄສ​ຢູ່ມາ​ກາວ ສືບ​ຕໍ່​ຍົກ​ສູງ​ມູນ​ເຊື້ອອຸມຊູ​ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ ​ແລ​ະ ພັດທະນາ​​ພາບ​ພາດທີ່​ດີງາມ​ຂອງ​ຫວຽ​ດນາມ ​ໃນ​ສາຍຕາ​ຂອງປະຊາຊົນ​​ຈີນ ກໍ​ຄື​ເພື່ອ​ນມິດສາ​ກົດ.

ໃນ​ວັນ​ທີ 2/9, ຢູ່​ນະຄອນຫຼວງ​ວຽງ​ຈັນ, ປະຊາຊົນ​ໄດ້​ແຂວນທຸງ​ຊາດ​ຫວຽດນາມ. ​ເລື່ອງ​ແຂວນທຸງຊາດ​ຫວຽດນາມ ​ໄດ້​ສະ​ແດງ​​ນ້ຳ​ໃຈ​ ​ແລະ ຄວາມ​ສາມັກຄີ​ລະຫວ່າງ​ສອງ​ປະ​ເທດ​ລາວ - ຫວຽດນາມ. ຮູບ​ພາບ​ນີ້​ກໍ​ສະ​ແດງ​ຈະ​ແຈ້ງ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ ​ໃນ​ປະ​ເທດ​ລາວ ​ເນື່ອງ​ໃນ​ໂອກາດ​ປີ​ສາມັກຄີ​ຫວຽດນາມ - ລາວ ​ແລະ ສະ​ເຫຼີ​ມສະຫຼອງ​ບັນດາ​ວັນ​ບູນ​ໃຫຍ່​ຂອງ​ສອງ​ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ອົງການ, ສຳນັກງານ​ຢູ່ລາວ ກໍ​ແຂວນທຸງຊາດ​ຫວຽດນາມ ​ແລະ ​ໄດ້​ມີ​ບັນດາການ​ເຄື່ອນ​ໄຫວ​ສະ​ແດງ​ນ້ຳ​ໃຈ​ພິ​ເສດ​ໃນ​ວັນຊາດ​ຫວຽດນາມ.

ຂ່າວ/ບົດ​ອື່ນ