ການເຄື່ອນໄຫວສະເຫຼີມ ສະຫຼອງ 88 ປີແຫ່ງ ວັນສື່ມວນຊົນປະຕິວັດ ຫວຽດນາມ

ການເຄື່ອນໄຫວສະເຫຼີມ ສະຫຼອງ 88 ປີແຫ່ງ ວັນສື່ມວນຊົນປະຕິວັດ ຫວຽດນາມ  - ảnh 1

(ພາບປະກອບ:haiduong.gov.vn)

(vovworld)- ​ເນື່ອງ​ໃນ​ໂອກາດສະເຫຼີມສະຫຼອງ 88 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6), ຕອນ​ເຊົ້າວັນທີ 20/6, ຄະນະ​ນຳ​ກອງ​ບັນຊາ​ການ​ທະຫານ​ເຂດ 7 ​ໂດຍ​ທ່ານ​ພົນ​ຈັດ​ຕະວາຟຸ່ງ​ເທ​ກວາງ ຮອງ​ຜູ້​ບັນຊາ​ການ​ທະຫານ​ເຂດ 7 ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ພະນັກງານ, ນັກ​ຂ່າວ, ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ນະຄອນ​ໂຮ່ຈິ​ມິນ. ທ່ານ​ພົນ​ຈັດ​ຕະວາຟຸ່ງ​ເທ​ກວາງ  ​ໄດ້​ພວຍພອນ​ບັນດາ​ຜົນງານ​ໃນ​ວຽກ​ງານ​ໂຄສະນາ​ຂອງ​ພະນັກງານ, ນັກ​ຂ່າວ, ບັນນາ ທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ແລະ ບັນດາ​ແຂວງ​ທາງ​ທິດຕາ​ເວັນອອກ​ຂອງ​ພາກ​​ໃຕ້​ຫວຽດນາມ. ພິ​ເສດ, ​ໂດຍ​ແມ່ນ​ຫົວໜ່ວຍ​ແຮກສ່ຽວ​ກັບ​ທະຫານ​ເຂດ 7, ​​ໃນ​ໄລຍະ​ຜ່ານ​ມາ, ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ປະຕິບັດ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ, ​ເຫດການ​ພົ້ນ​ເດັ່ນ​ຂອງ​ກຳລັງ​ປະກອບ​ອາວຸດ​ທະຫານ​ເຂດ 7 ​ເປັນ​ຢ່າງ​ດີ, ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ສົມທົບ​ກັນ​ຈັດຕັ້ງການ​ຜະລິ​ດລາຍການ​ສິລະ​ປະ​ຂອງ​ໄວ​ໜຸ່ມ​ກຳລັງ​ປະກອບ​ອາວຸດ​ທະຫານ​ເຂດ 7.

  ​ໃນ​ໂອກາດ​ນີ້, ສະຖານທູດ​ຫວຽ​ດນາມ ປະຈຳລາວ ​ແລະ ປະຈຳສະຫະພັນ​ລັດ​ເຊຍ ກໍ​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ອວຍພອນ​ເຊັ່ນ​ດຽວ​ກັນ

ຂ່າວ/ບົດ​ອື່ນ