ການເຄື່ອນໄຫວສະເຫຼີມ ສະຫຼອງວັນຄູແຫ່ງຊາດ ຫວຽດນາມ
(ພາບ: lamsao.com)
(VOV)- ຕອນເຊົ້າວັນທີ 18/11, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຫວຽດນາມ ຄົບຮອບ 30 ປີ (ຄືວັນທີ 20/11) ຢູ່ມະຫາວິທະຍາໄລກົດໝາຍນະຄອນໂຮ່ຈິມິນ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ສະເໜີວ່າ: ມະຫາວິທະຍາໄລກົດໝາຍນະຄອນໂຮ່ຈິມິນ ຄວນສຸມໃສ່ສ້າງຖັນແຖວຄູອາຈານມີຄວາມສາມາດສິດສອນ, ຄົ້ນຄ້ວາ ແລະ ແນະນຳວິທະຍາສາດ; ຕ້ອງມີນະໂຍບາຍເພື່ອດຶງດູດຜູ້ມີຄວາມເກັ່ງກ້າສາມາດ, ພ້ອມກັນນັ້ນທາງໂຮງຮຽນກໍ່ຄວນເພີ່ມທະວີການຮ່ວມມືກັບສາກົນເພື່ອແນໃສ່ສຳພັດກັບລະດັບຄວາມຮູ້ທີ່ກ້າວໜ້າຂອງປະເທດຕ່າງໆ, ປະກອບສ່ວນບຳລຸງສ້າງຖັນແຖວພະນັກງານກົດໝາຍມີພາສາຕ່າງປະເທດ ແລະ ລະດັບຄວາມຮູ້ວິຊາສະເພາະທີ່ຕອບສະໜອງຄວາມຮຽກຮ້ອງຕ້ອງການເຊື່ອມໂຍງເຂົ້າກັບໂລກຂອງປະເທດຊາດໄດ້. ທ່ານຮອງນາຍົກລັດຖະ ມົນຕີຫວຽດນາມ Nguyen Xuan Phuc ເນັ້ນໜັກວ່າ:
“ທາງໂຮງຮຽນຕ້ອງຮັກສາທີ່ຕັ້ງ, ບົດບາດເປັນໃຈກາງໃນການບຳລຸງສ້າງພະນັກງານກົດໝາຍ ແລະ ຄົ້ນກ້ວາວິທະຍາສາດດ້ານກົດໝາຍໃຫ່ຍກ່ວາໝູ່ໃນເຂດພາກໃຕ້, ເປີດກ້ວາງຂອບຂະໜາດການບຳລຸງສ້າງນັບມື້ນັບຫຼາຍກ່ວາອີກ, ຕອບສະໜອງຄວາມຕ້ອງການດ້ານຈຳນວນ ແລະ ຄຸນນະພາບຮັບໃຊ້ໃຫ້ແກ່ໜ້າທີ່ປະຕິຮູບດ້ານຕຸລາການ ແລະ ເຊື່ອມໂຍງເຂົ້າກັບໂລກ; ຮັກສາບົດບາດຫຼັກແຫຼ່ງ, ນຳໜ້າ, ມີຜົນສະທ້ອນ ແລະ ແນະນຳບັນດາຮາກຖານບຳລຸງສ້າງກົດໝາຍຂອງບັນດາແຂວງພາກໃຕ້“