ການເຄື່ອນໄຫວສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້,ໂຮມປະເທດຊາເປັນເອກະພາບ

ການເຄື່ອນໄຫວສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້,ໂຮມປະເທດຊາເປັນເອກະພາບ - ảnh 1
ຜູ້​ຊົມ​ເຂົ້າ​ຮ່ວມງານ​ວາງສະ​ແດງ “ມະຫາ​ໄຊ​ລະດູບານ​ໃໝ່ 1975 - ກຳລັງ​ແຮງ​ຫວຽດນາມ"
(ພາບ: Thái Thuần/TTXVN)


(vovworld) - ​ໃນ​ຊຸມ​​ວັນຜ່ານມາ, ທ້ອງ​ຖີ່​ນຕ່າງໆ​ໃນ​ທົ່ວ​ປະ​ເທດ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ເພື່ອ​ ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາ​ເປັນ​ເອກະ​ພາບ. ຢູ່​ນະຄອນ​ໂຮ່ຈີ​ມິນ, ຕອນ​ຄຳ່​ວັນ​ທີ 24/4, ​ໄດ້​ດຳ​ເນີນ​ລາຍການ​ສະ​ແດງ​ສິລະ​ປະ ​ແລະ ພົບ​ປະ​ແລກປ່ຽນ​ກັບ​ບັນດາ​ຕົວ​ພະຍານ​ປະຫວັດສາດ​ຂອງ​ຂະ​ບວນການ​ນັກ​ສຶກສາ, ນັກຮຽນ​ໄຊ​ງ່ອນ - ຢາ​ດິ້ງ. ດຣ ​ເຈືອງ​ມິ​ງຍຶດ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຕົວ​ພະຍານ​ປະຫວັດສາດ​ທີ່​ເຂົ້າ​ຮ່ວມ​ລາຍການ, ​ໃຫ້​ຮູ້​ວ່າ:

ນີ້​ແມ່ນ​ລາຍການ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ, ມັນ​ໄດ້​ວາດ​ພາບ​ຄືນ​ກ່ຽວ​ກັບ​ປະຫວັດສາດ, ມູນ​ເຊື້ອ​ແຫ່ງ​ການ​ຕໍ່ສູ້​ຂອງ​ປະຊາຊົນ​ຫວຽດນາມ​ໃນ​ໄລຍະ​ບຸກ​ໂຈມ​ຕີ​ລຸກ​ຮຶ້ຂຶ້ນຂະໜາດ​ໃຫຍ່ ​ແລະ ​ໄລຍະ​ພາກ​ໃຕ້​ໄດ້​ຮັບ​ການປົດ​ປ່ອຍ. ຂ້າ​ພະ​​ເຈົ້າ​ຫວັງ​ວ່າ​ລຸ່ນໜຸ່ມ​ໃນ​ປະຈຸ​ບັນ​ຍາມ​ໃດ​ກໍ່​ຮັກສາ​ມູນ​ເຊື້ອ​ປະຕິວັດ​ກໍ່​ຄື​ບັນຍາກາດ​ບຸກ​ໂຈມ​ຕີ​ອັນ​ສະຫງ່າ​ອົງອາດຂອງ​ລະດູບານ​ໃໝ່​ປີ 1975​ໄວ້ ຕະຫຼອດ​ໄປ“.

​ໃນ​ວັນ​ດຽວ​ກັນ, ຢູ່​ຫໍ​ພິພິດທະພັນ​ປະຫວັດສາດ​ກອງທັບ​ຫວຽດນາມ ກໍ່​ໄຂ​ງານ​ວາງສະ​ແດງ “ມະຫາ​ໄຊ​ລະດູບານ​ໃໝ່ 1975 - ກຳລັງ​ແຮງ​ຫວຽດນາມ“. ງານ​ວາງສະ​ແດງ​ວາດ​ພາບກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ ​ແລະ ລຸກ​ຮຶ້ຂຶ້ນ​ໃນ​ລະດູບານ​ໃໝ່ 1975 ດ້ວຍ​ກຳລັງ​ແຮງ​ສັງ​ລວມຂອງ​ສົງຄາມ​ປະຊາຊົນ​ຫວຽດນາມ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະທານ​ໂຮ່ຈີ​ມິນ ຜູ້​ຍິ່ງ​ໃຫຍ່.

​​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ແຂວງ​ດັກ​ນົງ, ວິ້ງ​ຟຸກ, ​ແລະ ຮ່າ​ນາມ ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນ. ນັກຮົບ​ເກົ່າ​ທີ່​ເຄີຍ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ກ່ອນ​ປີ 1975 ​ແລະ ລຸ່ນໜຸ່ມ ​ເພື່ອ​ພ້ອມ​ກັນທົບ​ທວນ​ຄືນ​ເຫດການ​ວັນ​ທີ 30/4, ຄວາມ​ໝາຍ​ປະຫວັດສາດ​ຂອງ​ບັ້ນ​ຮົບ ​ໂຮ່ຈີ​ມິນ, ມະຫາ​ໄຊ​ໃນ​ລະດູບານ​ໃໝ່ 1975, ນຳ​ຫວຽດນາມ​ກ້າວ​ເຂົ້າ​ສູ່​ສັງກາດ​ໃໝ່​ແຫ່ງ​ສັນຕິພາບ, ​ເອກະລາດ, ​ເອກະ​ພາບ​ຢ່າງ​ສົມ​ບຸນ.

ຂ່າວ/ບົດ​ອື່ນ