ການເຄື່ອນໄຫວສະເຫຼີມສະຫຼອງວັນຊາດຫວຽດນາມ 02 ກັນຍາ ຢູ່ມາເລເຊຍ ແລະ ກຸບາ

ການເຄື່ອນໄຫວສະເຫຼີມສະຫຼອງວັນຊາດຫວຽດນາມ 02 ກັນຍາ ຢູ່ມາເລເຊຍ ແລະ ກຸບາ - ảnh 1
ພິທີສະ​ເຫຼີ​ມສະຫຼອງ​ວັນຊາດ​ຫວຽດນາມ ຢູ່ມາ​ເລ​ເຊຍ
(ພາບ: vietnamplus.vn)


(vovworld) - ຕອນ​ຄໍ່າ​ວັນ​ທີ 28 ສິງຫາ, ສະຖານທູດ​ຫວຽດນາມ ປະຈຳ ມາ​ເລ​ເຊຍ ​ໄດ້​ຈັດ​ງານ​ລ້ຽງຢ່າງ​ສົມ​ກຽດ ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນຊາດ​ຫວຽດນາມ 02 ກັນຍາ (02 ກັນຍາ 1945 – 02 ກັນຍາ 2013). ການ​ພັດທະກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽ​ດນາມ ປະຈຳ​ມາ​ເລ​ເຊຍ ຫງວຽນຮົ່ງທາວ ຕິ​ລາຄາ​ສູງ​ການພັດທະນາ​ອັນ​ດີງາມ​ຂອງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນການ​ພົວພັນ​ດ້ານ​​ເສດ​ຖະກິດ, ການ​ຄ້າ, ການ​ລົງທຶນລະ​ຫວ່າງ 2 ປະ​ເທດ ​ເຊິ່ງ​ໄດ້ຮັບ​ການ​ພັດທະນາ​ຢ່າ​ງບໍ່​ຢຸດ​ຢັ້ງ. ຕາງໜ້າ​ໃຫ້​ລັດຖະບານ ມາ​ເລ​ເຊຍ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Hamzah Zainuddin ໄດ້ອວຍພອນ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ວັນຊາດ 02 ກັນຍາ. ທ່ານ​ໄດ້​ສະ​ແດງ​ຄວາມ​ປິຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ ​ແລະ ມາ​ເລ​ເຊຍ ນັບ​ມື້​ນັບ​ການ​ຮັບ​ການ​ພັດທະນາ​ໃນ​ຫຼາຍ​ຂົງ​ເຂດ.

        ​ແລະ​ໃນ​ວັນ​ທີ 27 ສິງຫາ, ສະຖານທູດ​ຫວຽດນາມ ປະຈຳ​ກຸຍ​ບາ ​ກໍ່​ໄດ້​ຈັດ​ງານ​ລ້ຽງ​ເຊັ່ນ​ດຽວ​ກັນ. ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ກຸຍ​ບາ ວູ້ຈິ໋ກົງ ​ໄດ້​ຢືນຢັນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ມິດຕະພາບ​ຖານ​ອ້າຍ​ນ້ອຍ ​ແລະ ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ ​ແລະ ກຸຍ​ບາ.
ຂ່າວ/ບົດ​ອື່ນ