ການເຄື່ອນໄຫວສະເຫລີມສະຫລອງ66ປີແຫ່ງວັນທະຫາຍເສຍອົງຄະ,ນັກຮົບທີ່ເສຍສະຫລະຊີວິດເພື່ອຊາດ

ການເຄື່ອນໄຫວສະເຫລີມສະຫລອງ66ປີແຫ່ງວັນທະຫາຍເສຍອົງຄະ,ນັກຮົບທີ່ເສຍສະຫລະຊີວິດເພື່ອຊາດ - ảnh 1
ຖະຫວາຍທູບທຽນຢູ່ສຸສານນັກຮົບເສຍສະຫລະຊີວິດເພື່ອຊາດ
ພາບ:internet


(vovworld)-​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 66 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ​ນ, ນັກຮົບ​ທີ່​ເສຍສະຫລະ​ຊີວິດ​ເພື່ອ​ຊາດ(27/7), ຕອນ​ເຊົ້າ​ວັນ​ທີ 25/7, ຄະນະພະນັກງານ, ລັດຖະກອນ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ໄປ​ຢື້​ຢາມ​ຖາມ​ຂ່າວ ​ແລະ ມອບ​ຂອງຂວັນ​ໃຫ້​ບັນ​​ດາ​ທະຫານ​​ເສຍ​ອົງຄະ, ທະຫານເຈັບ​ປວຍ, ຜູ້​ມີ​ຄຸນ​ງານ​ຄວາມ​ດີ​ທີ່​ພວມ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ, ​ປິນປົ່ວ ຢູ່​ສູນປິ່ນປົວ, ຜູ້​ມີ​ຄຸນ​ງານ​ຄວາມ​ດີ​​ແຂວງ ຟູ໋ທໍ້. ​ໂດຍ​ຕາງໜ້າ​ໃຫ້​ພະນັກງານ, ກຳມະ​ກອນ​ວິທະຍຸ​ກະຈາຍສຽງ ຫວຽດນາມ, ທ່ານ ​ເຈີ​ນດັງ​ຄວາ, ຮອງ​ເລຂາ​ຜູ້​ປະຈຳການ​ຄະນະ​ພັກວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ມອບ​ຂອງຂວັນ​ເຊິ່ງລວມມີ​ເງິນ 20 ລ້ານ​ດົ່ງ ​ແລະ ​ເຄື່ອງ radio ​ 35 ໜ່ວຍໃຫ້​ແກ່​ບັນດາທະຫານ​ເສຍອົງຄະ, ທະຫານ​ເຈັບ​ປວຍ​ໄດ້​ຜ່ານ​ຜ່າ​ຄວາມ​ເຈັບ​ປວດ, ປະກອບສ່ວນ​ສຶກສາ​ມູນ​ເຊື້ອ​ປະຕິວັດ​ໃຫ້​ແກ່​ລຸ່ນລູກ​ລຸ່ນຫຼານ.
ແລະ ກໍ່ເພື່ອສະເຫຼີມສະຫຼອງເຫດການນີ້, ຕອນ​ຄຳ່​ວັນ 24/7 ຢູ່ ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ລາຍການ​ພົບປະ​ແລກປ່ຽນ ​ແລະ ​ສະ​ແດງ​ສິລະ​ປະ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸ​ນຄຸນ​ຕໍ່ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ ​ກໍ​ຄື​ເຊີດ​ຊູ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່ແມ່​ຫວຽດນາມ​ວິລະ​ຊົນ, ​ແມ່​ຫວຽດນາມ​ມີ​ລູກ​ທີ່​ເສຍສະຫລະ​ຊີວິດ​ເພື່ອ​ຊາດ. ​ເນື່ອງ​ໃນ​ໂອກາ​ດນີ້, ສະມາຄົມ​ຫນູນ​ຊ່ວຍ​ຄອບຄົວ​ມີ​ນັກຮົບ​ທີ່ເສຍສະຫລະ​ຊີວິດ​ເພື່ອ​ຊາດ ​ໄດ້​ມອບ​ເຮື​ອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ 11 ຫລັງ, ປື້​ມ​ເງິນ​ຝາກ​ປະຢັດ  60 ຫົວ ​ແລະ ຂອງຂວັນ​ເກືອບ 100 ພູດ​ໃຫ້​ແກ່​ ໃຫ້​ແກ່​ບັນດາ​ຄອບຄົວ​ນັກຮົບ​ທີ່​ເສຍສະຫລະ​ຊີວິດ​ເພື່ອ​ຊາດ, ​ແມ່​ຫວຽດນາມ​ວິລະ​ຊົນ, ​ແມ່​ນັກຮົບ​ທີ່​ເສຍສະຫລະ​ຊີວິດ​ເພື່ອ​ຊາດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ທົ່ວ​ປະ​ເທດ.

        ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ໄດ້​ຕັ້ງຫນ້າ​ປະຕິບັດ“ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ”. ຢູ່​ແຂວງ ຮ່າ​ຕີ້​ງ, ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ ​ໂຮ່ຈິ​ມີນ ​ໄດ້​ຈັດ​ຕັ້ງ​ການ​ຢື້​ຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈ, ຊ່ວຍ​ເຫລືອ​ບັນດາ​ຄອບຄົວ​ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ, ​ແມ່​ຫວຽດນາມ​ວິລະ​ຊົນ, ທະ​ຫານ​ເສຍ​ອົງຄະ​ນ; ຈັດ​ຕັ້ງ​ການ​ສ້ອມ​ແປງ​ເຮືອນ​ຢູ່ ​ແລະ ກິດ​ຈະ​ກຳ​ຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ບັນດາ​ຄອບຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ​ຢ່າງ​ແທດ​ຈິງ. ​ແຂວງ​ດັກ​ລັກ​ກໍ​ໄດ້​ຫັກ​ເງິນ​ຈາກ​ງົບປະມານ​ເກືອ​ບ 5,5 ຕື້​ດົ່ງ​ເພື່ອ​ມອບ​ເປັນຂອງ​ຂວັນ​ໃຫ້​ແກ່​ເປົ້າ​ໝາຍ​ນະ​ໂຍບາຍ 17.000 ຄົນ.

 

 

 

ຂ່າວ/ບົດ​ອື່ນ