ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ກ່າວຄຳເຫັນທີ່ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈິມີນ
ພາບ:thanhnien.vn
|
(vovworld)- ເນື່ອງໃນໂອກາດສະເຫລີມສະຫລອງ 34 ປີແຫ່ງວັນຄູ ຫວຽດນາມ (20/11/1982-20/11/2016), ຕອນເຊົ້າວັນທີ 20/11, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ, ເຮັດວຽກ ແລະ ອວຍພອນການນຳ, ຄະນະອຳນວຍການ, ຄູອາຈານ, ພະນັກງານ,ລັດຖະກອນ ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈິມີນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ:
“ໃນໄລຍະ 34 ປີຜ່ານມາ, ວັນທີ 20/11 ຍາມໃດກໍແມ່ນເຫດການພິເສດ, ເຕັມໄປດ້ວຍຄວາມຮູ້ສຶກຂອງທົ່ວຂະແຫນງການສຶກສາ ແລະ ປະຊາຊົນຫວຽດນາມ ທຸກຄົ້ນ. ເນື່ອງໃນໂອກາດນີ້, ຂໍຕາງຫນ້າໃຫ້ພັກ, ລັດ, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄູອາຈານໃນທົ່ວປະເທດ. ພິເສດ ແມ່ນຄູອາຈານຢູ່ເຂດຫ່າງໄກສອກຫລີກ, ເຂດຊາຍແດນ, ໝູ່ເກາະຂອງປະເທດຊາດ. ລັດຖະບານ ແລະ ປະຊາຊົນຫວຽດນາມ ຍາມໃດກໍຈົດຈ່ຳ, ສະແດງຄວາມຮູ້ບຸນຄຸນ, ການເສຍສະຫລະ ແລະ ການອຸທິດສ່ວນຊື່ງບໍ່ຮູ້ອິດຮູ້ເມື່ອຍຂອງບັນດາຄູອາຈານ.”