ການເຄື່ອນໄຫວຫຼາຍຢ່າງ ສະເຫຼີມສະຫຼອງ 87 ປີ ແຫ່ງວັນສື່ມວນຊົນ ປະຕິວັດຫວຽດນາມ


ການເຄື່ອນໄຫວຫຼາຍຢ່າງ ສະເຫຼີມສະຫຼອງ 87 ປີ ແຫ່ງວັນສື່ມວນຊົນ ປະຕິວັດຫວຽດນາມ - ảnh 1
ທ່ານ Dinh The Huynh ​ຢ້ຽມຢາມ, ອວຍພອນສຳນັກ​ຂ່າວສານ​ຫວຽດນາມ
( ພາບ: TTXVN )

( vovworld ) -   ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 87 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ (21/6/1925 – 21/6/2012), ຕອນ​ເຊົ້າ​ວັນ​ທີ 20/6, ທ່ານ Dinh The Huynh, ກຳມະການ​ກົມ​ການ​ເມືອງ, ​ເລ​ຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ພ້ອມ​ກັບ​ການ​ນຳ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ,​ ກະຊວງ​ຖະ​ແຫຼ​ງຂ່າວ - ສື່ສານ ​ໄດ້​ມາ​ຢ້ຽມຢາມ, ອວຍພອນ: ສະມາຄົມ​ນັກ​ຂ່າວ​ຫວຽ​ດນາມ, ສຳນັກ​ຂ່າວສານ​ຫວຽດນາມ, ໜັງສືພິມ Tien Phong ​ແລະ ໜັງສື​ພິມ Lao Dong. ທ່ານ Dinh The Huynh ​ໄດ້​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ ​ແລະ ຖັນ​​ແຖວ​ຜູ້​ເຮັດ​ວຽກ​ງານ​ສື່​ມວນ​ຊົນ​ທີ່​ມີ​ຕໍ່​ພາລະກິດ​ສ້າງສາ​ ​ແລະ ພັດທະນາ​ປະ​ເທດ​ຊາດ, ພັດທະນພື້ນຖານ​ສື່​ມວນ​ຊົນ​ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ມີ​ຊີວິດ​ຊີວາ, ​ແທດ​ຈິງ. ທ່ານ Dinh The Huynh ຫວັງ​ວ່າ ບັນດາ​ອົງການ​ສື່​ມວນ​ຊົນ​ຄວນ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ກຳນົດ​ທິດ​​ໃຫ້​ແກ່ຫາງ​ສຽງ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈໃນ​ໝູ່ປະຊາຊົນ​ທີ່​ມີ​ຕໍ່​ພັກ, ລັດ ​ແລະ ​ເສັ້ນທາງ​ພັດທະນາ​ປະ​ເທດ​ຊາດ. ສະມາຄົມ​ນັກ​ຂ່າວ​ຫວຽດນາມ​ ທຸກ​ຂັ້ນຈົ່ງ​ເສີມ​ຂະຫຍາຍ​ບົດບາດ​ແມ່ນ​ອົງການ​ສາມັກຄີ​ເຕົ້າ​ໂຮມ​ບັນດາ​ຜູ້​ທີ່​ເຮັດ​ວຽກ​ງານ​ສື່​ມວນ​ຊົນ, ມານະພະຍາຍາມ​ສູ້​ຊົນ​ສ້າງ​ພື້ນຖານ​ສື່​ມວນ​ຊົນ​ໃຫ້​ນັບ​ມື້​ນັບ​ພັດທະນາ, ຕອບ​ສະ​ໜອງ​ຄວາມ​ຕ້ອງການ​ຂໍ້​ມູນ​ຂ່າວສານ​ທີ່​ນັບ​ມື້​ນັບ​ອຸດົມສົມ​ບຸນ, ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ​ປະ​ຊາຊົນ, ຄ​ວາ​ມຕ້ອງການ​ຄຸ້ມ​ຄອງ​ສັງຄົມ, ຊຸກຍູ້​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.
“ຕ້ອງ​ເຮັດ​ແນ​ວ​ໃດ​ເພື່ອ​ໃຫ​້ຖັນ​​ແຖວ​ບັນດາ​ຜູ້​ເຮັດ​ວຽກງານສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ ມີ​ຄຸນ​ນະ​ທາດ​ການ​ເມືອງ​ຢ່າງ​ໝັ້ນຄົງ, ມີ​ຄຸນສົມບັດ​ວິຊາ​ຊີບ​ທີ່​​ໂປ່ງ​ໃສ. ​ໃນ​ສາ​ທະນະ​ການ​ທີ່​ມີ​ຄວາມ​ຫຍຸ້ງຍາກ ​ແລະ ຄວາມ​ສະດວກ​ຫຼາຍ​ຢ່າງ, ນັກ​ຂ່າວ​ຕ​້ອງສະ​ແດງ​ຄຸນ​ນະ​ທາດ​ຂອງ​ຕົນ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ທີ່​ມີ​ຕໍ່​ປະ​ເທດ​ຊາດ, ປະຊາຊົນ, ​ເພື່ອ​ມີ​ຂໍ້​ມູນ​ຂ່າວ​ຢ່າງ​ວ່ອງ​ໄວ, ຊັດ​ເຈັນ, ຊຸກຍູ້​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”.


ການເຄື່ອນໄຫວຫຼາຍຢ່າງ ສະເຫຼີມສະຫຼອງ 87 ປີ ແຫ່ງວັນສື່ມວນຊົນ ປະຕິວັດຫວຽດນາມ - ảnh 2
( ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ອວຍພອນ
ວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດສະ​ເຫຼີ​ມສະຫຼອງ 87 ປີ​
ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ )


     ແລະກໍ​ໃນຕອນ​ບ່າຍ​ວັນ​ທີ 19/6, ​ການ​ນຳ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະກັບ​ຜູ້​ແທນ​ທີ່​ຕາງໜ້າ​ໃຫ​້ບັນດາ​ອົງການ​ສື່​ມວນ​ຊົນ​ສູນ​ກາງ ​ແລະ ຮ່າ​ໂນ້ຍ 300 ຄົນ. ທ່ານ​ຮອງ​ເລຂາ​ຄະນະ​ພັກ​ກຳ​ແພງ​ນະຄອນ​ຮ່າ​ໂນ້ຍ Nguyen Cong Soai ຢັ້ນຢືນ​ວ່າ, ການ​ນຳ​ນະຄອນ​ຍາມ​ໃດ​ກໍ​ຕີ​ລາຄາ​ສູງ​ບົດບາດ​ຂອງ​ສື່​ມວນ​ຊົນ​ໃນ​ວິວັດ​ແຫ່ງ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ນະຄອນຫຼວງ ​ແລະ ​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ສື່​ມວນ​ຊົນ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ຕົນ, ມີ​ຂໍ້​ມູນ​ສື່ສານປະຈຳ​ສັບປະ​ດາ ​ເພື່ອ​ແນ​ໃສ່​ກຳນົດ​ທິດ​ສື່ສານກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ.

        ​ໃນ​ວັນ​ດຽວ​ກັນ, ການ​ນຳ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ໂດຍ​ທ່ານ​ນາງ Nguyen Thi Thu Ha, ກຳມະການ​ສູນ​ກາງ​ພັກ, ຮອງ​ເລຂາ​ຄະນະ​ພັກ​ນະຄອນ​ນຳ​ໜ້າ ​ໄດ້​ມາ​ຢ້ຽມຢາມ ​ແລະ ອວຍພອນ​ພະນັກງານ, ນັກ​ຂ່າວ, ບັນນາ​ທິການ, ພະນັກງານ, ພາລະ​ກອນ ບັນດາ​ອົງການ​ສື່​ມວນ​ຊົນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ຢູ່​ໃນ​ບໍລິ​ເວນ​ນະຄອນ.

ການເຄື່ອນໄຫວຫຼາຍຢ່າງ ສະເຫຼີມສະຫຼອງ 87 ປີ ແຫ່ງວັນສື່ມວນຊົນ ປະຕິວັດຫວຽດນາມ - ảnh 3
( ພາບປະກອບ )

     ຕອນ​ເຊົ້າ​ວັນ​ທີ 20/6, ຢູ່​ນະຄອນ​ໂຮ່ຈິ​ມິນ, ຫໍ​ພິພິດ​ທະ​ພັນ​ແມ່ຍິງ​ພາກ​ໃຕ້ ​ໄດ້​​ໄຂ​ພິທີວາງສະ​ແດງ​ດ້ວຍ​ຫົວ​ຂໍ​້ວ່າ: “​ແມ່ຍິງ​ພາກ​ໃຕ້​ກັບ​ວຽກ​ງານ​ສື່​ມວນ​ຊົນ” ​ເຊິ່ງລວມມີ​​ເກືອບ 200 ວັດຖຸ​ພັນ ​ແລະ ຮູບ​ພາບທີ່​ແນະນຳ​ສື່ສິ່ງ​ພິມ​ອັນ​ລ້ຳ​ຄ່າ​ຂອງ​ແມ່ຍິງ​ນັບ​ແຕ່​ຕົ້ນ​ສະຕະ​ວັດ​ທີ 20 ​ເຖິງ​ປີ 1975. ຜ່ານ​ນັ້ນ​ປະກອບ​ສ່ວນ​ເຊີດ​ຊູ​ບັນດາ​ສື່​ສິ່ງ​ພິມ​ແມ່ຍິງ​ປະກອບສ່ວນ​ເຮັດ​ໃຫ້​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ ພັດທະນາ. ທ່ານ​ນາງ Nguyen Thi Hien Linh, ຮອງ​ຜູ້ອຳນວຍການຫໍ​ພິພິດ​ທະ​ພັນ​ແມ່ຍິງ​ພາກ​ໃຕ້, ​ໃຫ້​ຮູ້​ວ່າ.

  “​ໃນ​ຫົວ​ຂໍ້​ຄັ້ງ​ນີ້ ພວກ​ຂ້າພະ​ເຈົ້າ​ຢາກ​ເຊີດ​ຊູ​ການ​ປະກອບສ່ວນ​ຂອງ​ແມ່ຍິງ​ໃນ​ຂົງ​ເຂດ​ສື່​ມວນ​ຊົນ. ​ໃນ​ຕົ້ນ​ສະຕະວັດ​ທີ 20,​​ ແມ່ຍິງ​ຖືກມິ່ນປະ​ມາດ​. ດັ່ງ​ນັ້ນ, ​​​ໃນ​ບົດ​ຂຽນ​ຂອງ​ຕົນ ເຂົ້າ​ເຈົ້າ​ໄດ້ສະ​ແດງ​​​ໃຫ້​ເຫັນແນວ​ຄິດ​ຈິດ​ໃຈ, ຄວາມ​ມຸ້ງມາດ​ປາດຖະນາ​ຢາກ​ມີ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ. ຂ້າພະ​ເຈົ້າ​ຖື​ວ່າ ປະຫວັດສາດ​ໄດ້​ພິສູດ​ໃຫ້​ເຫັນ​ການ​ອຸທິດ​ສ່ວນ​ຂອງ​ແມ່ຍິງ​ໃນ​ຂົງ​ເຂດ​ສີນ​ລະ​ປະວັດ​ທະນະ​ທຳ”.

ການເຄື່ອນໄຫວຫຼາຍຢ່າງ ສະເຫຼີມສະຫຼອງ 87 ປີ ແຫ່ງວັນສື່ມວນຊົນ ປະຕິວັດຫວຽດນາມ - ảnh 4

ທ່ານ Ma Dieu Cuong, ປະທານສະມາຄົມນັກຂ່າວ ນະຄອນ ໂຮ່ຈີມິນ ກ່າວຄຳເຫັນນະພິທີ

(ພາບ: dddn.com)

ແລະ​ກໍ​ໃນຕອນ​ເຊົ້າ​ວັນ​ທີ 20/6, ສະມາຄົມ​ນັກ​ຂ່າວ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີສະ​ເຫຼີ​ມສະຫຼອງ 87 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ ​ແລະ ມອບ​ລາງວັນ​ສື່​ມວນ​ຊົນ​ນະຄອນ​ຄັ້ງ​ທີ 30 ປີ 2012. ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ມີ​ນັກ​ຂ່າວ​ຫຼາຍ​ລຸ້ນຄົນ ​ໄດ້​ພ້ອມ​ກັນ​ທົບ​ທວນຄືນ​ໄລຍະ​ທາງ​ແຫ່ງ​ການ​ພັດທະນາ​ຂອງ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ ​ໃນ​ຕະຫຼອ​ດ 87 ປີ​ຜ່ານ​ມາ. ຜ່ານ​ນັ້ນ, ​ໄດ້​ລະດົມ​ກຳລັງ​ໃຈ, ກຳນົດ​ທິດ​​ໃຫ້​ບັນດາ​ນັກ​ຂ່າວ​ໜຸ່ມ ສືບ​ຕໍ່​ເສີມ​ຂະຫຍາຍ​ພຸມ​ປັນຍາ, ວິຊາ​ສະ​ເພາະ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ສື່​ມວນ​ຊົນ​ນະຄອນ. ​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ນັກ​ຂ່າວ​ນະຄອນ ​ໂຮ່ຈີ​ມິນ ກໍ​ໄດ້​ມອບ 34 ລາງວັນ​ສື່​ມວນ​ຊົນ​ໃຫ້​ແກ່​ບັນດາ​ສ່ວນ​ບຸກຄົນ, ໝູ່​ຄະ​ນະທີ່​​ມີ​ບົດ​ທີ່​ດີ​ເດັ່ນ. ຜ່ານ​ບັນດາ​ບົດ​ທີ່​ໄດ້​ຮັບ​ລາງວັນ​ ​ສາມາດ​ຢັ້ງ​ຢືນ​ໄດ້​ວ່າ: ສື່​ມວນ​ຊົນ​ນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະ, ສື່​ມວນ​ຊົນ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມຍາມ​ໃດ​ກໍ​ມີ​ບົດບາດ​ອັນ​ໃຫຍ່​ຫຼວງ​ໃນ​ການ​ສ່ອງ​ແສງ​ບັນດາ​ບັນຫາ​ເຄັ່ງຮ້ອນ​ຂອງ​ນະຄ​ອນ ​ແລະ ທົ່ວ​ປະ​ເທດ ຢ່າງ​ທັນ​ການ, ​ໃຫ້​ຂ່າວ​ຢ່າງ​ລະອຽດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ລັດ ​ແລະ ທ້ອງ​ຖີ່​ນ ມາ​ຍັງ​ຊີວິດ​ຂອງປະຊາຊົນ. ພ້ອມ​ທັງ ​ເຂົ້າ​ຮ່ວມ​ແກ້​ໄຂ​ຫຼາຍ​ບັນ​ຫາ​ທີ່​ເຄັ່ງຮ້ອນ​ໃນ​ປະຊາຊົນ, ປະກອບສ່ວນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລະຫວ່າງອົງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ, ​ແມ່ນ​ພື້ນຖານ​ເພື່ອ​ປະຕິບັດ​ບັນດາ​ຄາດໝາຍ, ໜ້າ​ທີ່​ເຊິ່ງອົງຄະ​ນະ​ພັກ​ນະຄອນ​​ໄດ້​ວາງ​ອອກຢ່າງ​ມີ​ໄຊ.


ຂ່າວ/ບົດ​ອື່ນ