ການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 38 ປີ ແຫ່ງວັນ ປົດປ່ອຍເຈື່ອງຊາ

ການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 38 ປີ ແຫ່ງວັນ ປົດປ່ອຍເຈື່ອງຊາ - ảnh 1
ພິທີ​ໂຮມ​ຊຸມນຸມສະ​ເຫຼີ​ມສະຫຼອງ 38 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ເຈື່ອງ​ຊາ
(ພາບ: nhandan.com.vn)

(vovworld) – ສະ​ເຫຼີ​ມສະຫຼອງ 38 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ເຈື່ອງ​ຊາ. ວັນ​ທີ 29/4, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ກອງທັບ​ເຮືອຈະ​ຈັດ​ຕັ້ງການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ ​​ແຂວງ​ແຄ໋ງຮ່ວາ ​ແລະ ​ເຮືອນຮ້ານ DK1 ​ແຂວງ​ບ່າ​ເຮ້ຍ - ວຸ້ງ​ເຕົ່າ. ຢູ່​ເຈື່ອງ​ຊາ, ພິທີ​ໂຮມ​ຊຸມນຸມສະ​ເຫຼີ​ມສະຫຼອງ 38 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ເຈື່ອງ​ຊາຖືກ​ຈັດ​ຂຶ້ນ​ຢູ່​ບັນດາ​ເກາະ ຊອງ​ຕື​ໄຕ, ​ເຈື່ອງ​ຊາ, ອານ​ບາງ… ​ເປີດ​ສະຫຼອງ​ຫຼາຍ​ກິດຈະກຳ​ຂອງ​ບັນດາ​ແຂວງ​ນະຄອນ, ວິ​ສາ​ຫະກິດ​ສະໜັບສະໜູນ, ມອບ​ໃຫ້​ທະຫານ​ເຈື່ອງ​ຊາ. ກອງທັບ​ເຮືອ​ກໍ່​ຈັດ​ຕັ້ງ​ພິທີ​ອາ​ໄລ​ຫາ​ບັນດາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ຢູ່​ບົນ​ທະ​ເລ. ມີ​ຫຼາຍ​ຄະນະ​ປະຕິບັດ​ງານ​ກໍ່​ໄປ​ຢ້ຽມຢາມ​​ແລະ ມອບ​ຂອງ​ຂວັນ​ໃຫ້ພະນັກງານ, ນັກຮົບ​, ປະຊາຊົນໃນ​ເກາະ​ເຈື່ອງ​ຊາ, ​ເຮືອນຮ້ານ DK1…

ວັນ​ທີ 27/4, ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ດ້ວຍ​ຫົວ​ຂໍ້​ວ່າ “ອະທິປະ​ໄຕ​ທີ່​ມີ​ຕໍ່​ສອງ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ - ກ່ຽວ​ກັບ​ປະຫວັດສາດ ​ແລະ ນິຕິ​ກຳ“ ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ກວາງ​ຫງາຍ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ດຣ ຟ້າ​ມດັງ​ເຟືອ​ກ, ຜູ້ອຳນວຍການ​ມະຫາວິທະຍາ​ໄລ ຟ້າ​ມວັນ​ດົ່ງ, ​ໃຫ້​ຮູ້​ວ່າ:

“ຫວັງ​ວ່າ​ບັນດາ​ຄວາມ​ເຫັນ​ປະກອບ, ​ແລະ ປຶກສາ​ຫາລື​ຢູ່​ທີ່​ນີ້ ຈະ​ປະກອບສ່ວນ​ເຮັດ​ແຈ້ງ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ອະທິປະ​ໄຕ​ປະຫວັດສາດ, ນິຕິ​ກຳ ສຳລັບສອງ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ; ທາດ​ແທ້​ຂອງ​ການ​ພິພາດ​ໃນ​ປະຈຸ​ບັນ, ບັນດາ​ຂໍ້​ລິ​ເລີ່​ມ, ສະ​ເໜີບັນດາ​ມາດ​ຕະການ​ເພື່ອ​ຫຼຸດຜ່ອນ​ຄວາມ​ເຄັ້ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ“

ຂ່າວ/ບົດ​ອື່ນ